ອາເມລິກາ, ລັດເຊຍ ປຶກສາຫາລືກ່ຽວກັບແຜນການສັນຕິພາບໃຫ້ແກ່ ຊີຣີ

(VOVWORLD) - ວັນທີ 29 ພຶດສະພາ, ທ່ານ Jim Jeffrey ທູດພິເສດຂອງ ອາເມລິກາ ກ່ຽວກັບ ຊີຣີ ໃຫ້ຮູ້ວ່າ: 

ອາເມລິກາ ແລະ ລັດເຊຍ ໄດ້ດຳເນີນການເຈລະຈາກ່ຽວກັບຄວາມສາມາດນຳ ຊີຣີ ພົ້ນອອກຈາກສະພາບການຖືກສາກົນປິດລ້ອມຄືປັດຈຸບັນ ຖ້າຫາກ Damacus ເຫັນດີຕົກລົງບາງເງື່ອນໄຂ, ໃນນັ້ນ ມີຂໍ້ຕົກລົງຢຸດຍິງຢູ່ແຂວງ Idlib. ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫລັງກອງປະຊຸມລັບຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານ Jeffrey ໃຫ້ຮູ້ວ່າ: ວໍຊີງຕັນ ແລະ ມົດສະກູ ພວມຊອກຫາ “ວິທີການສຳຜັດເທື່ອລະກ້າວ” ເພື່ອຢຸດຕິການສູ້ຮົບທີ່ແກ່ຍາວມາເປັນເວລາ 8 ປີຜ່ານມາຢູ່ ຊີຣີ. ເຖິງຢ່າງໃດກໍ່ຕາມ, ສິ່ງນີ້ ແມ່ນມີການມີ “ຕັດສິນໃຈຍາກ”.

        ນອກຈາກບັນດາການພົບປະດັ່ງກ່າວ, ທ່ານ Jeffrey ຍັງມີການພົບປະສະເພາະກັບຜູ້ຕາງໜ້າຂອງ ອັງກິດ, ຝຣັ່ງ, ລັດເຊຍ ແລະ ຈີນ ໃນສະພາຄວາມໝັ້ນຄົງ ແນໃສ່ຊອກຫາຜົນປະໂຫຍດແທ້ຈິງ ໃຫ້ແກ່ມາດຕະການຢຸດຕິວິກິດການຢູ່ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ