(vovworld) - ວັນທີ 27/11, ກະຊວງການຕ່າງປະເທດອາເມລິກາໃຫ້ຮູ້ວ່າ, ອາເມລິກາສະແດງຄວາມວິຕົກກັງວົນຕໍ່ຈີນ ກ່ຽວກັບເລື່ອງແຜນທີ່ “ເສັ້ນລີ້ນງົວ” ຖືກພິມໃນໜັງສືຜ່ານແດນ ສາມັນເອເລກໂຕນິກຂອງປະເທດນີ້. ກ່າວຄຳເຫັນທີ່ການປະຊຸມຂ່າວ, ໂຄສົກກະຊວງການຕ່າງປະເທດອາເມລິກາ ທ່ານນາງ Victoria Nuland ໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າມີຄວາມວິຕົກກັງວົນເພາະວ່າແຜນທີ່ດັ່ງກ່າວພວມກໍຄວາມເຄັ່ງຕຶງ ລະຫວ່າງບັນດາປະເທດທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ. ພວກຂ້າພະເຈົ້າຄາດວ່າ ຈະຍົກອອກບັນຫານີ້ກັບຈີນໃນແງ່ມູມທ່າທີ່ວ່າ ການກະທຳຂອງປະເທດນີ້ ບໍ່ເປັນປະໂຫຍດຕໍ່ສະພາບແວດລ້ອມໃນພາກພື້ນ. ພວກເຮົາລ້ວນແຕ່ຊອກຫາມາດຕະການແກ້ໄຂບັນດາບັນຫານີ້.”
ທ່ານນາງ Victoria Nuland ເນັ້ນໜັກວ່າ ການກະທຳຂອງຈີນ ບໍມີຜົນປະໂຫຍດໃຫ້ແກ່ການສ້າງສະພາບແວດລ້ອມ ເພື່ອໃຫ້ບັນດາຝ່າຍທີ່ກ່ຽວຂ້ອງສາມາດແກ້ໄຂການພິພາດ.