ອາເມລິກາ ແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ

(VOVWORLD) -ການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ໃນ 11 ເດືອນຂອງປີ 2022 ບັນລຸ 101,2 ຕື້ USD, ນີ້ເປັນຄັ້ງທຳອິດການສົ່ງອອກຂອງ ຫວຽດນາມ ໄປປະເທດໜຶ່ງບັນລຸກວ່າ 100 ຕື້ USD.

        ອາເມລິກາ ແມ່ນຄູ່ຄ້າໃຫຍ່ອັນດັບທີ 2 ຂອງ ຫວຽດນາມ, ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ ໃນປີ 2022 ແລະ ກໍ່ແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ. ນັ້ນແມ່ນຄຳຢືນຢັນຂອງທ່ານ ໂດ້ງອັກຮືງ, ຫົວໜ້າອົງການການຄ້າ, ທູດການຄ້າ ຫວຽດນາມ ປະຈຳ ອາເມລິກາ, ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອາເມລິກາ ໃນວັນທີ 30 ທັນວາ.

        ທ່ານ ໂດ້ງອັກຮືງ, ໃຫ້ຮູ້ວ່າ, ການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ໃນ 11 ເດືອນຂອງປີ 2022 ບັນລຸ 101,2 ຕື້ USD, ນີ້ເປັນຄັ້ງທຳອິດການສົ່ງອອກຂອງ ຫວຽດນາມ ໄປປະເທດໜຶ່ງບັນລຸກວ່າ 100 ຕື້ USD. ການນຳເຂົ້າຈາກຕະຫຼາດດັ່ງກ່າວບັນລຸປະມານ 13,5 ຕື້ USD. ກ່ຽວກັບແງ່ຫວັງດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນປີ 2023, ທ່ານ ໂດ້ງອັກຮືງ ກໍ່ກ່າວເຕືອນບັນດາວິສາຫະກິດຂອງ ຫວຽດນາມ ທີ່ສົ່ງໄປຍັງ ອາເມລິກາ ຕ້ອງເອົາໃຈໃສ່ບັນດາຕົ້ນກຳເນີດຂອງສິນຄ້າ, ຕົ້ນກຳເນີດຂອງແຫຼ່ງວັດຖຸດິບ.

ຕອບກັບ

ຂ່າວ/ບົດ​ອື່ນ