ອາເມລິກາ ແລະ ກູບາມານະພະຍາຍາມປັບປຸງການພົວພັນສອງຝ່າຍ

ອາເມລິກາ ແລະ ກູບາມານະພະຍາຍາມປັບປຸງການພົວພັນສອງຝ່າຍ - ảnh 1

ຮອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ອາ​ເມ​ລິ​ກາ Alex Lee
(ພາບ: baotintuc.vn/)

(vovworld) - ວັນ​ທີ 11/9, ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ, ​ໂດຍ​ຮອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ອາ​ເມ​ລິ​ກາ Alex Lee ນຳ​ໜ້າ ​ໄດ້​​ໄປນະ​ຄອນ​ຫຼວງ ລາ​ຮາ​ວານ ຂອງ​ກູ​ບາ, ​ເພື່ອ​ດ​ຳ​ເນີນ​ການ​ສ້າງ​ຕັ້ງ​ຄະນະ​ກຳມະການ​ສອງຝ່າຍກັບ​ລັດຖະບານ​ ກູ​ບາ, ​ແນ​ໃສ່​ປັບປຸງ​ສາຍ​ພົວພັນ​ທາງ​ການ​ທູດ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ຟື້ນ​ຟູ​ຫວ່າງ​ແລ້ວ​ນີ້. ​ແຈ້ງ​ຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ຄະນະ​ຈະ​ມີ​ການ​ພົບ​ປະ​ກັບ​ບັນດາສະມາຊິກກະຊວງ​ການ​ຕ່າງປະ​ເທດ​ ກູ​ບາ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບາດກ້າວ​ຕໍ່​ໄປ​, ຕາມ​ວິວັດ​​ແຫ່ງການ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ ​ແລະ ​ເວລາ​ດຳ​ເນີນ​ການ​ເຈລະຈາ​ຕ່າງໆ​ໃນ​ອະນາຄົດ​, ກ່ຽວ​ກັບ​ບັນດາ​ບັນຫາ​ບຸລິ​ມາ​ສິດ​ລວມ. ການ​ເຈລະຈາ​ນີ້ ​ໄດ້​ຮັບ​ຖື​ວ່າ​ບໍ່​ລົງ​ເລິກ​ບັນຫາ​ການ​ເມືອງ, ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ສອງ​ປະ​ເທດ ຈະ​ຊອກ​ຫາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ບັນດາ​ບຸລິ​ມາ​ສິດ ກໍ່​ຄື​ແຜນ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ສອງ​ຝ່າຍ​ນີ້.

ຂ່າວ/ບົດ​ອື່ນ