ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ຣູ​ມາ​ນີ ​ໃຫ້ເລິກ​ເຊິ່ງຂຶ້ນ​ຕື່ມ

(VOVWORLD) -     ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕ້ອນຮັບທ່ານ Eugen Neata, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຣູມານີ - ຫວຽດນາມ ແລະ ບັນດາສະມາຊິກໃນກຸ່ມ ໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ຣູ​ມາ​ນີ ​ໃຫ້ເລິກ​ເຊິ່ງຂຶ້ນ​ຕື່ມ - ảnh 1ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຕ້ອນຮັບທ່ານ Eugen Neata, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຣູມານີ - ຫວຽດນາມ (ພາບ: quochoi.vn)

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕີລາຄາສູງໝາກຜົນຂອງການເຮັດວຽກລະຫວ່າງສອງກຸ່ມສະມາຊິກລັດຖະສະພາມິດຕະພາບ, ພ້ອມທັງຖືວ່າ ນີ້ແມ່ນກິດຈະກຳທີ່ແທດຈິງ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ຣູມານີ ເວົ້າລວມ, ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດເວົ້າສະເພາະ. ທ່ານສະເໜີໃຫ້ ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຜູ້ແທນຂັ້ນສູງ, ສົມທົບກັນຜັນຂະຫຍາຍປະຕິບັດບັນດາກົນໄກຮ່ວມມືສອງຝ່າຍ, ໃນນັ້ນ, ມີການຈັດກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຄັ້ງທີ 17 ຢູ່ ຮ່າໂນ້ຍ ໃນໄວໆນີ້.

        ສ່ວນທ່ານ Eugen Neata ໃຫ້ຮູ້ວ່າ: ຜ່ານການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນຄັ້ງນີ້, ຄະນະຈະຕັ້ງໜ້າສຶກສາກາລະໂອກາດຊຸກຍູ້ພັດທະນາການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ