ຮັບປະກັນຄວາມປອດໄພໃຫ້ແກ່ການເສັງຈົບຊັ້ນມັດທະຍົມຕອນປາຍ

(VOVWORLD) -ວຽກງານກະກຽມໃຫ້ແກ່ການເສັງຢູ່ບັນດາທ້ອງຖິ່ນໄດ້ຮັບການຜັນຈະຫຍາຍຢ່າງແໜ້ນແຟ້ນ, ລອບຄອບທີ່ຖ້ວນ, ໂດຍສະເພາະແມ່ນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາສະຖານທີ່ຈັດການເສັງ.
ຮັບປະກັນຄວາມປອດໄພໃຫ້ແກ່ການເສັງຈົບຊັ້ນມັດທະຍົມຕອນປາຍ - ảnh 1ຮັບປະກັນຄວາມປອດໄພໃຫ້ແກ່ການເສັງຈົບຊັ້ນມັດທະຍົມຕອນປາຍ
(ພາບ: TTXVN)

ໃນລະຫວ່າງວັນທີ 07 – 08 ກໍລະກົດ, ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດໄດ້ຈັດການເສັງຈົບຊັ້ນມັດທະຍົມຕອນປາຍປີ 2021. ເພື່ອຮັບປະກັນໃຫ້ການເສັງໄດ້ດຳເນີນໄປໂດຍມີຄວາມປອດໄພໃນສະພາບໂລກລະບາດໂຄວິດ-19 ພວມແຜ່ຂະຫຍາຍ ແລະ ສັບສົນນັ້ນ, ວຽກງານກະກຽມໃຫ້ແກ່ການເສັງຢູ່ບັນດາທ້ອງຖິ່ນໄດ້ຮັບການຜັນຈະຫຍາຍຢ່າງແໜ້ນແຟ້ນ, ລອບຄອບທີ່ຖ້ວນ, ໂດຍສະເພາະແມ່ນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາສະຖານທີ່ຈັດການເສັງ. ຢູ່ນະຄອນໂຮ່ຈີມິນ, ບັນດາສະຖານທີ່ຈັດການເສັງລ້ວນແຕ່ມີຫ້ອງສາທາລະນະສຸກ ກໍຄືກະກຽມຫ້ອງແຍກຕົວ. ທ່ານ ຫງວຽນວັນຮ໊ຽວ, ຮອງຫົວໜ້າຮັບຜິດຊອບພະແນກສຶກສາ ແລະ ບຳລຸງສ້າງນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

        “ບັນດາໂຮງຮຽນໄດ້ສີດຢາຂ້າເຊື້ອເປັນຫຼາຍຄັ້ງ, ຮັບປະກັນສະພາບແວດລ້ອມມີຄວາມສະອາດ, ປອດໄພ. ທາງໂຮງຮຽນກໍ່ສ້າງຫຼາຍແຜນການໃຫ້ແກ່ນັກຮຽນເຂົ້າຮ່ວມການເສັງ, ບໍ່ເຕົ້າໂຮມຢູ່ເດີນໂຮງຮຽນ ຕ້ອງຂຶ້ນຫ້ອງເສັງເລີຍ. ທຸກມາດຕະການແກ້ໄຂເຊິ່ງທາງນະຄອນປະຕິບັດນັ້ນ ລ້ວນແຕ່ມຸ່ງໄປເຖິງຄວາມປອດໄພຂອງນັກຮຽນ ແລະ ອີງຕາມຂໍ້ກຳນົດຂອງຂະແໜງສາທາລະນະສຸກ”.

ຕອບກັບ

ຂ່າວ/ບົດ​ອື່ນ