ຮັບປະກັນຄວາມປອດໄພ ຕາໜ່າງໄຟຟ້າແຮງສູງພາກເໜືອ

ຮັບປະກັນຄວາມປອດໄພ ຕາໜ່າງໄຟຟ້າແຮງສູງພາກເໜືອ - ảnh 1
ພາບປະກອບ

( vovworld ) – ບໍລິສັດຕາໜ່າງ​ໄຟຟ້າ​​ແຮງ​ສູງ​ພາກ​ເໜືອ ສັງກັດ​ບໍລິສັດ​ໄຟຟ້າ​ພາກ​ເໜືອ​ຕັດ​ສິ​ນໃຈ​ຈະປະຕິບັດ​ສຳ​ເລັດວຽກ​ງານ​ປ້ອງ​ກັນ, ຕ້າ​ນພະ​ຍຸນ້ຳຖ້ວມກ່ອນ​ວັນ​ທີ 15/4 ​ເພື່ອຮັບປະກັນ​ຄວາມ​ປອດ​ໄພຕາໜ່າງ​ໄຟຟ້າ​​ແຮງ​ສູງ ຢູ່ 27 ​ແຂວງ​ທາງ​ພາກ​ເໜືອ ​ໃນ​ລະດູຝົນ, ພະຍຸ​ປີ 2012. ບໍລິສັດຕາໜ່າງ​ໄຟຟ້າ​​ແຮງ​ສູງ​ພາກ​ເໜືອ​ໄດ້​ຄຸ້ມ​ຄອງ ແລະ ນຳ​ໃຊ້ສະຖານີ​ປັບ​ໄຟ​ກ່ວາ 114 ​ແຫ່ງ ​ແລະ ສາຍ​ໄຟຟ້າ 110kv ​ເກືອບ 5000 ກມ ຣັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ດຳ​ເນີນ​ທຸລະ​ກິດ​ດ້ານ​ພະ​ລັງງານ​ໄຟຟ້າຂອງ 27 ບໍລິສັດ​ໄຟຟ້າ. ຫລຸດຜ່ອນ​ເຫດການ​ສາຍ​ໄຟຟ້າ​ 110kv ຂາດ​ໃນ​ລະດັບ​ຕ່ຳ​ສຸດ, ຮັບປະກັນ​ວຽກ​ງານ​ຄຸ້ມ​ຄອງ, ນຳ​ໃຊ້​ຕາໜ່າງ​ໄຟຟ້າ 110kv ​ໃຫ້​ປອດ​ໄພ-ປະ​ຢັດ-​ເປັນ​ປົກກະຕິ-ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ບໍລິສັດ​ໃນ​ໄລຍະ​ແຕ່​ນີ້​ຮອດ​ປີ 2015.

ຂ່າວ/ບົດ​ອື່ນ