ຮັບປະກັນຄວາມປອດໄພ ແລະ ສິດຜົນປະໂຫຍດຂອງບັນດາລູກເຮືອຫວຽດນາມ

(VOVWORLD) -ບັນດາອົງການຜູ້ຕາງໜ້າຂອງຫວຽດນາມ ປະຈຳອີຣານ ແລະ ສ.ເກົາຫຼີ ຈະສືບຕໍ່ຕິດຕາມເຫດການຢ່າງໃກ້ຊິດ
ຮັບປະກັນຄວາມປອດໄພ ແລະ ສິດຜົນປະໂຫຍດຂອງບັນດາລູກເຮືອຫວຽດນາມ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ
(ພາບ: TTXVN)

ວັນທີ 05 ມັງກອນ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຂໍ້ມູນທີ່ວ່າ, ອີຣານ ໄດ້ກັກກ່ຳປັ່ນ Hankuk Chemi ຂອງສ.ເກົາຫຼີ, ໃນກ່ຳປັ່ນນັ້ນມີລູກເຮືອຖືສັນຊາດຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບຂໍ້ມູນຂ່າວ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຕິດຕໍ່ກັບສະຖານທູດສ.ເກົາຫຼີ ແລະ ສະຖານທູດອີຣານ ປະຈຳຮ່າໂຮ້ຍ. ພ້ອມກັນນັ້ນ, ບັນດາອົງການຜູ້ຕາງໜ້າຂອງຫວຽດນາມ ປະຈຳສ.ເກົາຫຼີ ແລະ ອີຣານ ກໍ່ໄດ້ເປັນເຈົ້າການແລກປ່ຽນກັບບັນດາອົງການທີ່ມີໜ້າທີ່ຂອງປະເທດປະຈຳຖິ່ນ, ບໍລິສັດເຈົ້າຂອງກ່ຳປັ່ນ Hankuk Chemi ເພື່ອຢັ້ງຢືນຂໍ້ມູນ, ຮຽກຮ້ອງຮັບປະກັນຄວາມປອດໄພໃຫ້ແກ່ລູກເຮືອຫວຽດນາມ ແລະ ສະເໜີແກ້ໄຂເຫດການໂດຍໄວ. ໂດຍປະຕິບັດຕາມການຊີ້ນຳຂອງກະຊວງການຕ່າງປະເທດຫວຽດນາມ, ບັນດາອົງການຜູ້ຕາງໜ້າຂອງຫວຽດນາມ ປະຈຳອີຣານ ແລະ ສ.ເກົາຫຼີ ຈະສືບຕໍ່ຕິດຕາມເຫດການຢ່າງໃກ້ຊິດ ແລະ ກະກຽມດຳເນີນມາດຕະການປົກປ້ອງພົນລະເມືອງເມື່ອມີຄວາມຈຳເປັນ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງບັນດາລູກເຮືອຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ