ຮັບປະກັນສິດທິຂອງບັນດາເຜົ່າສ່ວນໜ້ອຍເຂດທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ

ຮັບປະກັນສິດທິຂອງບັນດາເຜົ່າສ່ວນໜ້ອຍເຂດທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ - ảnh 1
( ພາບ : http://cema.gov.vn)

ວັນ​ທີ 8 ທັນວາ, ຢູ່​ນະຄອນ ​ເຍືນ​ບ໋າຍ, ​ແຂວງ ​ເຍືນ​ບ໋າຍ, ຄະນະ​ກຳມະການ​ຊົນ​ເຜົ່າ ​ໄດ້​ສົມທົບ​ກັບຄະນະ​ຊີ້​ນ​ຳ​​ເຂດທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ຫວຽດນາມ ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວ່າດ້ວຍ​ຫົວ​ຂໍ້​ “ ຮັບປະກັນ​ສິດ​ທິຂອງ​ບັນດາ​​ເຜົ່າ​ສ່ວນ​ໜ້ອຍ​ເຂດທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ຫວຽດນາມ ”. ກອງ​ປະຊຸມ​ສຳ​ມະ​ນານ​ອນ​ໃນ​​ໂຄງການ​ຮ່ວມ​ມືກັບ​ຄະນະ​ຜູ້​ແທນສະຫະພາບ​ເອີ​ລົບປະຈຳ ຫວຽດນາມ. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ແລກ​ປ່ຽນ, ປຶກສາ​ຫາລື​ກ່ຽວກັບ​​ກົດໝາຍ, ນະ​ໂຍບາຍ​ສຳ​ລັບ​ຊາວ​​ເຜົ່າ​ສ່ວນ​ໜ້ອຍ ​ແລະ ສິດ​ທິຂອງ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ຫວຽດນາມ; ຮັບ​ຮູ້​ບັນດາ​ຜົນງານ​​ສຳ​ຄັນໃນ​ການ​ຮັບປະກັນ​ສິດທິ​ມະນຸດ​ສຳລັບ​ບັນດາ​​ເຜົ່າ​ສ່ວນ​ໜ້ອຍ​​ເຂດທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ຫວຽດນາມ . ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຮ່າ​ຮຸ່ງ, ຮອງ​ລັດຖະມົນຕີ​, ຮອງຫົວໜ້າຄະນະ​ກຳມະການ​ຊົນ​ເຜົ່າ ​ໄດ້​ເນັ້ນ​ໜັກ​ວ່າ.
“ ປະຈຸ​ບັນ, ລັດຖະບານ ຫວຽດນາມ ພວມ​ຜັນ​ຂະຫຍາຍ​ບັນດານະ​ໂຍບາຍ​, ​ໂຄງການ ​ແລະ ​ແຜນການຕ່າງໆ, ຈຸດໝາຍ​ແຫ່ງ​ຊາດ​ເພື່ອ​ຊ່ວຍ​​ໃຫ້ ປຊຊ ບັນດາເຜົ່າ​ສ່ວນ​ໜ້ອຍ​ນັບ​ມື້​ນັບ​ມີ​ຄວາມ​ສະ​ເໜີ​ພາບ​ໃນ​ທຸກໆ​ຂົງ​ເຂດ​ຊີວິດ​ສັງຄົມ. ບັນ​​ແຂວງທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ຫວຽດນາມ ​ແມ່ນ​ບໍລິ​ເວັນ​ມີ​ຊາວ​ເຜົ່າສ່ວນ​ໜ້ອຍ​ດຳລົງ​ຊີວິດຈຳນວນ​ຫຼາຍ​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ​. ​ໃນ​ໄລຍະ​ທີ່​ຜ່ານ​ມາ, ບັນດາ​ແຂວງທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ຫວຽດນາມ ​ບັນລຸ​ໄດ້​ໝາກຜົນ​ຕ່າງໆ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ລົບ​ລ້າງ​ຄວາ​ມອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ສິດທິ​ມະນຸດ​ໃຫ້​ແກ່​ບັນດາ​ເຜົ່າສ່ວນ​ໜ້ອຍ​ໃນ​ທຸກໆ​ຂົງ​ເຂດ ” .
ຂ່າວ/ບົດ​ອື່ນ