ຮັບປະກັນສິດມີທີ່ຢູ່ອາໄສຖືກຕາມກົດໝາຍຂອງປະຊາຊົນ

(VOVWORLD) - ມີສະມາຊິກສະພາແຫ່ງຊາດບາງທ່ານໄດ້ສະເໜີ ສຸມໃສ່ພັດທະນາຮູບແບບເຮືອນຢູ່ສັງຄົມແບບໃຫ້ເຊົ່າ, ແທນທີ່ຈະຂາຍ, ເພື່ອຫຼຸດຜ່ອນລາຍຈ່າຍດ້ານການເງິນໃຫ້ແກ່ຜູ້ມີລາຍຮັບຕ່ຳ.
ຮັບປະກັນສິດມີທີ່ຢູ່ອາໄສຖືກຕາມກົດໝາຍຂອງປະຊາຊົນ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ V
(ພາບ: quochoi.vn)

        ໃນມື້ເຮັດວຽກທຳອິດຄັ້ງທີ 2, ກອງປະຊຸມສະໄໝສາມັນເທື່ອທີ V, ຕອນເຊົ້າວັນທີ 19 ມິຖຸນາ, ສະພາແຫ່ງຊາດໄດ້ຈັດວາລະປຶກສາຫາລືຄົບຄະນະຢູ່ຫໍປະຊຸມ ຢຽນຮົ່ງ (ຫໍສະພາແຫ່ງຊາດ) ກ່ຽວກັບຮ່າງກົດໝາຍວ່າດ້ວຍເຮືອນຢູ່ອາໄສ (ສະບັບປັບປຸງ). ນີ້ແມ່ນ 1 ໃນຈຳນວນຮ່າງກົດໝາຍ 10 ສະບັບເຊິ່ງສະພາແຫ່ງຊາດປະກອບຄຳເຫັນທີ່ກອງປະຊຸມຄັ້ງນີ້.

        ກ່າວຄຳເຫັນທີ່ວາລະປະຊຸມກ່ຽວກັບຮ່າງກົດໝາຍ, ມີສະມາຊິກສະພາແຫ່ງຊາດບາງທ່ານໄດ້ສະເໜີສຸມໃສ່ພັດທະນາຮູບແບບເຮືອນຢູ່ສັງຄົມແບບໃຫ້ເຊົ່າ, ແທນທີ່ຈະຂາຍ, ເພື່ອຫຼຸດຜ່ອນລາຍຈ່າຍດ້ານການເງິນໃຫ້ແກ່ຜູ້ມີລາຍຮັບຕ່ຳ. ຕາມທ່ານ ຫງວຽນວັນຫຽນ, ຄະນະສະມາຊິກສະພາແຫ່ງຊາດແຂວງ ເລິມດົ່ງ ແລ້ວ, ໃນຕົວຈິງ, ຜູ້ມີລາຍຮັບຕ່ຳສ່ວນຫຼາຍແມ່ນກຳມະກອນ, ຜູ້ອອກແຮງງານຫາກໍ່ໄປເຮັດວຽກ. ໃນຂະນະທີ່, ເຮືອນຢູ່ແມ່ນຊັບສົມບັດລ້ຳຄ່າ, ເກີນລາຍຈ່າຍຂອງຜູ້ມີລາຍຮັບຕ່ຳສ່ວນຫຼາຍ. ທ່ານສະເໜີໃຫ້ບັນດາອົງການຮຽບຮຽງຕ້ອງແຍກຂໍ້ກຳນົດ, ນະໂຍບາຍຮູບແບບເຮືອນຂາຍ, ກັບເຮືອນໃຫ້ເຊົ່າ ແລະ ເຊົ່າຊື້.

        ກ່ຽວຂ້ອງເຖິງບັນຫາອົງການຈັດຕັ້ງ, ສ່ວນບຸກຄົນຊາວຕ່າງປະເທດໄດ້ຊື້ ແລະ ເປັນກຳມະສິດເຮືອນຢູ່ອາໄສ ຢູ່ ຫວຽດນາມ, ມີບາງຄຳເຫັນຖືວ່າ ເນື້ອໃນດັ່ງກ່າວຕ້ອງໄດ້ອະພິປາຍຢ່າງລະອຽດ, ຕີລາຄາຜົນກະທົບຢ່າງຈະແຈ້ງກວ່າ ບົນພື້ນຖານຮັບປະກັນຄວາມເຄັ່ງຄັດ, ເປັນເອກະພາບ, ຄົບຊຸດກັບບັນດາຂໍ້ກຳນົດກ່ຽວກັບນະໂຍບາຍທີ່ດິນ, ອະສັງຫາລິມະຊັບ, ເຮືອນຢູ່ສຳລັບອົງການຈັດຕັ້ງ, ສ່ວນບຸກຄົນທີ່ເປັນຊາວຕ່າງປະເທດອາໄສຢູ່ ຫວຽດນາມ.

ຕອນບ່າຍວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍລາຄາ (ສະບັບປັບປຸງ); ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວນການໃຫ້ສັດຕະຍາບັນການຊຳລະງົບປະມານແຫ່ງລັດປີ 2021; ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ