ຮັບຮອງເອົາບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14ຢູ່ກຸ່ມບັນດາອົງການສູນກາງ
(ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ກອງປະຊຸມ)
(vovworld) - ວັນທີ 14/04, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມເຈລະຈາຄັ້ງທີ 3, ໄດ້ເປັນເອກະພາບບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14, 197 ທ່ານຢູ່ກຸ່ມບັນດາອົງການສູນກາງ, ຫົວໜ່ວຍສູນກາງ ຢ່າງເປັນທາງການ. ພາຍຫຼັງກອງປະຊຸມເຈລະຈາຄັ້ງທີ 2, ບັນຊີລາຍຊື່ ແລະ ຊີວະປະຫວັດຫຍໍ້ຂອງ 197 ທ່ານນີ້ ຈະໄດ້ສົ່ງເຖິງບັນດາທ້ອງຖິ່ນເພື່ອຈັດຕັ້ງກອງປະຊຸມຜູ້ມີສິດເລືອກຕັ້ງບ່ອນຢູ່ອາໄສພິຈະລະນາໃຫ້ຄຳເຫັນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຮອງປະທານສະພາເລືອກຕັ້ງແຫ່ງຊາດ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ.
“ກອງປະຊຸມເຈລະຈາຄັ້ງນີ້ ແມ່ນເນື້ອໃນມີຄວາມໝາຍສຳຄັນຍິ່ງຂອງວິວັດການເລືອກຕັ້ງສະພາແຫ່ງຊາດຊຸດທີ 14. ນີ້ແມ່ນກອງປະຊຸມເຈລະຈາຄັ້ງສຸດທ້າຍ, ສະນັ້ນ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສະເໜີບັນດາສະຫາຍອີ່ງໃສ່ມາດຕະຖານສະມາຊິກສະພາແຫ່ງຊາດ, ໝາກຜົນການຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງຢູ່ບ່ອຍຢູ່ອາໄສ ສຳລັບຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນ ແລະ ໃບສະເໜີຂອງຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເສີມຂະຫຍາຍລັກສະນະປະຊາທິປະໄຕ, ພູມປັນຍາ, ໜ້າທີ່ຮັບຜິດຊອບ ເພື່ອຄັດເລືອກ ແລະ ສ້າງບັນຊີລາຍຊື່ບັນດາຜູ້ບັນລຸມາດຖານສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ”.
ພາຍຫຼັງກອງປະຊຸມເຈລະຈາຄັ້ງທີ 3, ບັນດາອົງການ, ອົງການຈັດຕັ້ງ, ຫົວໜ່ວຍຈະຈັດຕັ້ງບັນດາກອງປະຊຸມຕໍ່ໄປເພື່ອພົບປະກັບຜູ້ສະໝັກຮັບເລືອກຕັ້ງຂົນຂວາຍການເລືອກຕັ້ງ, ເລີ່ມປະກາດບັນຊີລາຍຊື່ບັນດາຜູ້ສະໝັກຮັບເລືອກຕັ້ງທາງການໃນວັນທີ 27/04 ແລະ ສິ້ນສຸດກ່ອນການປ່ອນບັດ 24 ຊົ່ວໂມງ (ກ່ອນ 7 ໂມງ ຂອງວັນທີ 21/05/2016).