ຮ່ວມ​ສໍ​າ​ພັນ​ຊາວ​ກະ​ສິ​ກອນ ກັບ ວິ​ສາ​ຫະ​ກິດ: ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ເພື່ອ​ພັດ​ທະ​ນາ

(VOVWORLD) -ບັນດາຜູ້ແທນສະເໜີໃຫ້ການຍູ້ແຮງການຂົນຂວາຍຊາວກະສິກອນປະຕິບັດ ຂະບວນການຊາວກະສິກອນແຂ່ງຂັນ, ທຳການຜະລິດດຳເນີນທຸລະກິດເກັ່ງ, ສາມັກຄີ, ຊ່ວຍເຫຼືອກັນສ້າງຄວາມຮັ່ງມີ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຢ່າງມີປະສິດທິຜົນ.
ຮ່ວມ​ສໍ​າ​ພັນ​ຊາວ​ກະ​ສິ​ກອນ ກັບ ວິ​ສາ​ຫະ​ກິດ: ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ເພື່ອ​ພັດ​ທະ​ນາ - ảnh 1 ທ່ານ ທ່າວຊວັນຊຸ່ງ ປະທານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

ທີ່ກອງປະຊຸມຜັນຂະຫຍາຍໜ້າທີປີ 2021 ເຊິ່ງຖືກດຳເນີນໃນຕອນເຊົ້າວັນທີ 11 ມັງກອນ ຢູ່ຮ່າໂນ້ຍ, ບັນດາຜູ້ແທນສະເໜີໃຫ້ການຍູ້ແຮງການຂົນຂວາຍຊາວກະສິກອນປະຕິບັດ ຂະບວນການຊາວກະສິກອນແຂ່ງຂັນ, ທຳການຜະລິດດຳເນີນທຸລະກິດເກັ່ງ, ສາມັກຄີ, ຊ່ວຍເຫຼືອກັນສ້າງຄວາມຮັ່ງມີ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຢ່າງມີປະສິດທິຜົນ.

       ທ່ານ ທ່າວຊວັນຊຸ່ງ ປະທານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ສະເໜີໃຫ້ສະມາຄົມຊາວກະສິກອນທຸກຂັ້ນ ແລະ ສະມາຊິກ ຈົ່ງປ່ຽນແປງຈິນຕະນາການທຳການຜະລິດ, ເພີ່ມທະວີການຮ່ວມສຳພັນກັບວິສາຫະກິດຕາມລະບົບມູນຄ່າ ເພື່ອຍົກສູງລາຍຮັບ ກໍຄື ສະມັດຕະພາບ, ຄຸນນະພາບຂອງຜະລິດຕະພັນກະເສດ ຫວຽດນາມ; ມຸ່ງໄປສູ່ເປົ້າໝາຍ ປີ 2021 ສະມາຄົມ ຈະຮັບສະມາຊິກໃໝ່ 240 ພັນຄົນ; ມີຄອບຄົວຊາວກະສິກອນ 3.425.000 ຄອບຄົວ ບັນລຸນາມມະຍົດ “ຜະລິດດຳເນີນທຸລະກິດເກັ່ງ” ໃນທຸກຂັ້ນ; ກວ່າ 9.400.000 ຄອບຄົວ ໄດ້ຈັດທະບຽນທຳການຜະລິດ, ດຳເນີນທຸລະກິດຜະລິດຕະພັນກະເສດ, ສະບຽງອາຫານ, ໃຫ້ຄຳໝັ້ນສັນຍາຄ້ຳປະກັນສະບຽງອາຫານ.


ຕອບກັບ

ຂ່າວ/ບົດ​ອື່ນ