ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກກວດກາບັນດາໂຄງການເສັ້ນທາງໂຮ່ຈີມິນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກກວດກາບັນດາໂຄງການເສັ້ນທາງໂຮ່ຈີມິນ - ảnh 1

ຮອງ​ນາຍົກ​ລັດຖະມົນຕີ​ຫງວຽນ​ຊວນ​ຟຸກກວດກາ​ບັນດາ​ໂຄງການ​ເສັ້ນທາງ​ໂຮ່ຈີ​ມິນ

(ພາບ: Quang Huy-TTXVN)

(vovworld) – ວັນ​ທີ 21/4, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ​ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ກວດກາ​ສະພາບ​ການ​ປະຕິບັດ​​ໂຄງການ​ເສັ້ນທາງ ​ໂຮ່ຈີ​ມິນ (​ເສັ້ນທາງ​​ເລກທີ 14) ຕອນ​ຜ່ານ​ແຂວງ ດັກ​ລັກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​​ໃຫ້​ຄະນະ​ຄຸມ​ຄອງ​​ໂຄງການເສັ້ນທາງ ​ໂຮ່ຈີ​ມິນ ຕິດຕາມ​ກວດກາ, ຊຸກຍູ້​ບັນດາ​ນັກ​ປະ​ມູນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​​ໃນການ​ປະຕິບັດ​ເປັນ​ປະຈຳ, ບໍ່​ປະ​ໃຫ້​ບັນດາ​ນັກ​ປະ​ມູນ, ຫົວໜ່ວຍ​ປະຕິບັດ​ເຮັດ​ວຽກ​ງານ​ຢ່າງ​ຊັກ​ຊ້າ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ສະ​ເໜີ​ໃຫ້​ບັນດາ​ນັກ​ປະ​ມູນ​ເພີ່ມ​ທະວີ​ກຳລັງ, ພາຫະນະ​, ກົນ​ຈັກ, ຮັບປະກັນ​​ຄຸນ​ນະພາ​ບກິດຈະກຳ, ບັນລຸ​ຄວາມ​ຄືບ​ໜ້າ​​ໃນແຕ່​ລະ​ວຽກ​ງານ​ຄື​ດັ່ງ​​ໄດ້​ໃຫ້ຄຳ​ໝັ້ນ​ສັນຍາ​ເພື່ອ​ສູ້ຊົນ​ຮອດ​ເດືອ​ນ 10/2015 ຈະ​ມອບ​ສົ່ງ​ເສັ້ນທາງ​ທັງ​ໝົດ.



ຂ່າວ/ບົດ​ອື່ນ