ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຮຽກຮ້ອງຕ້ອງຈັດຕັ້ງການຕ້ອນຮັບພົນລະເມືອງຢ່າງລອບຄອບຖີ່ຖ້ວນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຮຽກຮ້ອງຕ້ອງຈັດຕັ້ງການຕ້ອນຮັບພົນລະເມືອງຢ່າງລອບຄອບຖີ່ຖ້ວນ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢ້ຽມຢາມ ​ແລະ
ອວຍພອນ​​ພະນັກງານ​ຄະນະ​ຕ້ອນຮັບ​ພົນລ​ະ​ເມືອງ​ສູນ​ກາງ)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 15/02, ​ເມື່ອ​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ພະນັກງານ, ລັດຖະກອນພວມ​ເຮັດວຽກ​ຢູ່​ຄະນະ​ຕ້ອນຮັບ​ພົນລ​ະ​ເມືອງ​ສູນ​ກາງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ປາດຖະໜາ​ວ່າ: ພະນັກງານ​ຕ້ອນຮັບ​ພົນລະ​ເມືອງ ຈົ່ງສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ, ກາຍ​ເປັນ​ຂົວ​ຕໍ່, ​ເປັນຜູ້ຕາງໜ້າ​ຂອງ​ພັກ, ລັດ ຮັບ​ຟັງ​ຄຳ​ເຫັນ ​ເພື່ອ​ຕັ້ງໜ້າ​ແກ້​ໄຂ, ປົກ​ປັກ​ຮັກສາສິດຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ພົນລະ​ເມືອງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ: ການຕ້ອນຮັບ​ພົນລະ​ເມືອງ ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ຮັບຜິດຊອບ, ພັນທະ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນຈິ​ດໃຈອັນ​ໃຫຍ່​ຫລວງ ​ເພື່ອ​ແກ້​ໄຂຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ, ບັນດາ​ບັນຫາ ​ເຊິ່ງທຸກ​ຂັ້ນອື່ນ​ໆ​ຍັງ​ບໍ່​ທັນແກ້​ໄຂ​ໄດ້​ອີກ​ດ້ວຍ. ທ່ານ​ຮອງ​ນາຍົກລັດຖະມົນຕີກໍ່​ຮຽກຮ້ອງ​ເພີ່ມ​ທະວີ​ການ​ກວດກາ​ຄວາມ​ຮັບຜິດຊອບ​ຂອງຫົວໜ້າ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ​ໃນ​ວຽກ​ງານ​ຕ້ອນຮັບ​ພົນລະ​ເມືອງ, ​ແກ້​ໄຂການ​ຮ້ອງທຸກ, ກ່າວ​ຟ້ອງ; ຈັດ​ຕັ້ງ​ການ​ເຈລະຈາ​ໂດຍ​ກົງເປັນ​ປະຈຳ, ຮັບ​ຟັງ​ແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ ​ເພື່ອ​ແນ​ໃສ່ຫລຸ​ດຜ່ອນ​ບັນດາ​ຈຸດ​ຮ້ອນ​ກ່ຽວ​ກັບ​ການ​ຮ້ອງທຸກກ່າວ​ຟ້ອງລົງ, ພິ​ເສດ​ແມ່ນ​ບັນດາ​ການ​ຮ້ອງທຸກ​ກ່າວ​ຟ້ອງ​ທີ່​ມີຫລາຍ​ຄົນ​ເຂົ້າ​ຮ່ວມ, ສັບສົນ, ​ແກ່ຍາວ…ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ພັກ, ລັດ ຍາມ​ໃດ​ກໍ່​​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ຕ້ອນຮັບ​ປະຊາຊົນ ກໍ່​ຄື​ເບິ່ງ​ແຍງ​ດູ​ແລຊີວິດທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ພະນັກງານ​ຕ້ອນຮັບ​ປະຊາຊົນ, ​ເພື່ອຮັບປະກັນ​ໃຫ້​ພະນັກງານ​ຕ້ອນຮັບ​ປະຊາຊົນອຸ່ນ​ອ່ຽນ​ໃຈ​ປະຕິບັດ​ງານ, ສຳ​ເລັດ​ທຸກ​ໜ້າ​ທີ່​​ ຊຶ່ງ​ໄດ້ຮັບ​ມອບ​ໝາຍຢ່າງ​ດີ​ເດັ່ນ.

 


ຂ່າວ/ບົດ​ອື່ນ