ຮອງນາຍົກລັດຖະມົນຕີຫງວຽນຊວນຟູກເຮັດວຽກກັບຄະນະພັກຕຳຫຼວດສູນກາງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟູກເຮັດວຽກກັບຄະນະພັກຕຳຫຼວດສູນກາງ - ảnh 1
ທ່ານ​ຮ​ອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ
ຮັດ​ວຽກກັບຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ

(vovworld) – ໂດຍ​ຜ່ານ 10 ປີ​ທີ່ຜັນ​ຂະຫຍາຍ​ມະຕິ​ກ່ຽວກັບ “ຍຸດ​ທະ​ສາດ​ກໍ່ສ້າງ, ປັບປຸງ​ລະບົບ​ກົດໝາຍ ຫວຽດນາມ ຮອດ​ປີ 2010, ກຳນົດ​ທິດ​ເຖິງ​ປີ 2020”​ ຂອງ​ກົມ​ການ​ເມືອງ, ວຽກ​ງານ​ກໍ່ສ້າງ​ກົດໝາຍ​ຂອງ ຫວຽດນາມ ​ໄດ້​ມີ​ຄວາມກ້າວໜ້າຫຼາຍ​ຢ່າງ, ລະບົບກົດໝາຍ ຫວຽດນາມ​ ນັບ​ມື້​ນັບ​ສົມ​ບຸນ​ແບບ. ທ່ານ​ຮ​ອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ​ເນັ້ນ​ໜັກ​ຄືດັ່ງກ່າວ ທີ່​ການ​ເຮັດ​ວຽກ​ຂອງ​ຄະນະ​ປະຕິບັດ​ງານ​ຄະນະ​ຊີ້​ນຳ​ສະຫລຸບ​ມະຕິ​ຂອງ​ກົມ​ການ​ເມືອງ​ກ່ຽວກັບ “ຍຸດ​ທະ​ສາດ​ກໍ່ສ້າງ, ປັບປຸງ​ລະບົບ​ກົດໝາຍ ຫວຽກ​ນາມ ຮອດ​ປີ 2010, ກຳນົດ​ທິ​ດ​ເຖິງ​ປີ 2020” ກັບ​ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ໃນ​ທົ່ວ​ກຳລັງ​ຕຳຫຼວດ​ປະຊາຊົນ. ກໍ່​ໃນ​ການ​ເຮັດ​ວຽກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວງ​ຟູກ ສະ​ເໜີ​ວ່າ: ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ ສືບ​ຕໍ່​ປັບປຸງ​ບົດ​ລາຍ​ງານ​ເພື່ອ​ຝາກ​ເຖິງ​ຄະນະ​ຊີ້​ນຳ ​​ຜ່ານຄະນະ​ຮັບຜິດຊອບວຽກ​ງານ​ການ​ເມືອງ​ພາຍ​ໃນ​ສູນ​ກາງ​​ໃຫ້ຖືກ​ກັບຄວາມ​ຄືບ​ໜ້າ ​ແລ​ະ ການ​ແນະນຳ. ພ້ອມ​ກັນ​ນັ້ນ, ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ ຕ້ອງ​ມີ​ມາດ​ຕະການ​ທັງ​ໃນການ​ສ້າງ​ກົດໝາຍ ​ແລະ ​ນຳ​ໃຊ້​ກົດ​ໝາຍ​ເພື່ອ​ຮັບປະກັນ​ທຸກສິດ​ອຳນາດ​ລ້ວນ​ແຕ່​ໄດ້ຄວບ​ຄຸ້ມທຸກ​ການ​ກະທຳ​ຂອງ​ພະນັກງານ, ລັດຖະກອນ​ໃນ​ວິວັດ​ການ​ປະຕິບັດ​ໜ້າ​ທີ່​ລ້ວນ​ແຕ່​ໄດ້​ຮັບ​ການ​ຕິດຕາມ​ກວດກາ​ຢ່າງ​ແໜ້ນ​ແຟ້ນ ບໍ່​ພຽງ​ແຕ່​ພາຍ​ໃນ​ຂະ​​ແໜງ ​ຫາກ​ນັບ​ທັງ​ຜ່ານ​ປະຊາຊົນ, ອົງການ​ຈັດ​ຕັ້ງ​ມະຫາຊົນທີ່​ກ່ຽວຂ້ອງ.

ຂ່າວ/ບົດ​ອື່ນ