ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບແຂວງລາວກາຍ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບແຂວງລາວກາຍ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີຫງວຽນ​ຊວນຟຸກ
​ເຮັດ​ວຽກ​ກັບ​​ແຂວງ​ລາວ​ກາຍ)


(vovworld) – ຕອນ​ເຊົ້າ​ວັນ​ທີ 13/09, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນຟຸກ ​ໄດ​້ມີ​ການ​ເຮັດ​ວຽກ​ກັບ​​ແຂວງ​ລາວ​ກາຍ. ທີ່​ການ​ເຮັດ​ວຽກ, ການ​ນຳ​ແຂວງ ລາວ​ກາຍ ສະ​ເໜີ​ຕໍ່​ລັດຖະບານ​ມີ​ນະ​ໂຍບ​າຍສົ່ງ​ເສີມ, ໜູນ​ຊ່ວຍ​ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ມີ​ທ່າ​ແຮງ​ຂອງ​ຫວຽດນາມ ຜ່ານ​​ດ່ານ​ຊາຍ​ແດນ ລາວ​ກາຍ, ​ເພື່ອ​ຊຸກຍູ​​້ການ​ແລກປ່ຽນ​ສິນ​ຄ້າ​ໃນ​ແລວ​ເສດຖະກິດກົນ​ມິ​ງ - ລາວ​ກາຍ - ຮ່າ​ໂນ້ຍ - ຫາຍ​ຟ່ອງ - ກວາງ​ນິງ. ​ແຂວງ​ລາວ​ກາຍ ກໍ​ສະ​ເໜີ​ຕໍ່​ລັດຖະບານ​ໜູນ​ຊ່ວຍ​ທຶນ​ເພື່ອ​ລົງທຶນກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເຂດ​ເສດຖະກິດ​ດ່ານ​ຊາຍ​ແດນ​ເປີດ​ກວ້າງຂ​ອງ​ແຂວງ ​ແລະ ຜັນ​ຂະຫຍາ​ຍ​ເສັ້ນທາງ​​ເຊື່ອມ​ຕໍ່​ຈາກ​ເສັ້ນທາງຄວາມ​ໄວສູງ​ໂນ້ຍບ່າຍ - ລາວ​ກາຍ ​ເຖິງ​ເທດສະບານ​ເມືອງ ຊາ​ປາ. ກ່າວຄຳ​ເຫັນ​ຊີ້​ນຳ​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ແຂວງ​ລາວ​ກາຍ ສືບ​ຕໍ່​ປະ​ຕິ​ບັດ​ບັນດາ​ມາດ​ຕະການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​​ແຂວງ​ຢ່າງ​ຄົບ​ຊຸດ,​ ​ໃນ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ຕິດ​ພັນ​ກັບ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂ​ອງ​ເຂ​ດພູ​ສູງ… ສຳລັບ​ການ​ເຄື່ອນ​ໄຫວ​ຂາ​ອອກ, ຂາ​ເຂົ້າ, ລາວ​ກາຍ ຕ້ອງ​ໃຫ້​ບຸລິມະ​ສິດ​ການ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ​ເສີມ​ຂະຫຍາຍ​ທ່າ​ແຮງ​ເຂດ​ຊາຍ​ແດນ. ນອກຈາກ​ນັ້ນ, ລາວ​ກາຍ ກໍ​ຕ້ອງ​ຮັດ​​ແໜ້ນການ​ຄຸ້ມ​ຄອງ, ສະ​ກັດ​ກັ້ນ​ການ​ຄ້າ​ເຖື່ອນ​ຜ່ານ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ