ຮອງນາຍົກລັດຖະມົນຕີຫວູດຶກດາມ:ການສຶກສາຂັ້ນມະຫາວິທະຍາໄລຕ້ອງນຳໜ້າໃນການປ່ຽນໃໝ່ການສຶກສາ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ຮອງລັດຖະມົນຕີ ກະຊວງສືກສາ ແລະ ບຳລຸງສ້າງ ຫວຽດນາມ
(ພາບປະກອບ)
(vovworld) – ວັນທີ 28/12, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມຊາບຊຶມມະຕິສູນກາງຄັ້ງທີ 8, ຊຸດທີ 11 ແລະ ສະຫລຸບສົກຮຽນ 2012 – 2013 ຂອງມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆ, ໂດຍກະຊວງສຶກສາ ແລະ ບຳລຸງສ້າງຈັດຕັ້ງຢູ່ ຮ່າໂນ້ຍ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ຂະແໜງສຶກສາ ບຳລຸງສ້າງກ່ຽວຂ້ອງເຖິງທຸກຂົງເຂດໃນຊີວິດການເປັນຢູ່. ຖ້າຫາກບັນດາການປ່ຽນແປງຂອງຂະແໜງສຶກສາບໍ່ເໝາະສົມຈະສົ່ງຜົນສະທ້ອນເຖິງປະຊາຄົມ. ດັ່ງນັ້ນ, ເລື່ອງປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງຕ້ອງປະຕິບັດຢ່າງຄ້ຽວຂາດໂດຍພື້ນຖານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ປະເທດຊາດ. ໃນວິວັດການປ່ຽນໃໝ່, ການສຶກສາຂັ້ນມະຫາວິທະຍາໄລຕ້ອງປະຕິບັດກ່ອນບາດກ້າວໜຶ່ງ, ເພື່ອມີຖັນແຖວພະນັກງານມີຄວາມສາມາດຢ່າງພຽງພໍ, ມີຄວາມຮູ້ດ້ານວິຊາການ ແລະ ມີທັກສະໃນການດຳລົງຊີວິດ. ເລື່ອງປ່ຽນໃໝ່ຕ້ອງປະຕິບັດຢ່າງຄົບຊຸດໂດຍພື້ນຖານຈາກການຄຸ້ມຄອງຕະຫຼອດຮອດການເຄື່ອນໄຫວບຳລຸງສ້າງຢູ່ໂຮງຮຽນແຫ່ງຕ່າງໆຢ່າງແທ້ຈິງ.
ໃນສົກຮຽນ 2013 – 2014, ການສຶກສາຂັ້ນມະຫາວິທະຍາໄລສຸມໃສ່ເຂົ້າ 3 ການເຄື່ອນໄຫວຕົ້ນຕໍ່ເຊິ່ງລວມມີ: ສ້າງລາຍການເຄື່ອນໄຫວປະຕິບັດມະຕິສູນກາງຄັ້ງທີ 8 ຊຸດທີ 11 ກ່ຽວກັບການປ່ຽນໃໝ່ການສຶກສາບຳລຸງສ້າງໂດຍ ພື້ນຖານ ແລະ ຮອບດ້ານ, ປ່ຽນໃໝ່ຈຸດໝາຍສິດສອນ, ແບບວິທີເສັງ, ຜັນຂະຫຍາຍການເຄື່ອນໄຫວກວດກາຕີລາຄາຄຸນນະພາບການສຶກສາ ແລະ ເພີ່ມທະວີບັນດາເງື່ອນໄຂເພື່ອຮັບປະກັນຄຸນນະພາບ.