ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຊີ້ນຳ ປ່ຽນໃໝ່ການດຳເນີນທຸລະກິດຜະລິດຕະພັນກະເສດ

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຊີ້ນຳ ປ່ຽນໃໝ່ການດຳເນີນທຸລະກິດຜະລິດຕະພັນກະເສດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 3/4, ຢູ່​ສຳນັກງານ​ລັດຖະບານ, ພາຍຫຼັງ​ຮັບ​ຟັງ​ກະຊວງ​ອຸດສາຫະກຳ​ກາ​ນຄ້າ​ລາຍ​ງານ​ແຜນ​ຮ່າງປ່ຽນ​ໃໝ່​​ແບບ​ວິທີ​ດຳ​ເນີນ​ທຸລະ​ກິດ​ຜະລິດ​ຕະພັນ​ກະ​ເສດ, ​ເພື່ອ​ແນ​ໃສ່​ພັດທະນາ​ຕາມ​ທິດ​ມີ​ປະສິດທິ​ຜົນ, ໝັ້ນຄົງ, ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງຈູງ​ຫາຍ​ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ນີ້​ແມ່ນ​ແຜນ​ຮ່າງ​ຍາກ​ແຕ່​ມີ​ຄຸນຄ່າ​ທີ່​ສຸດ, ດັ່ງ​ນັ້ນ​ຮຽກຮ້ອງຕ້ອງ​ມີ​ການ​ສຸມ​ຈີ​ນຕະນາ​ການ​ຂອງ​ບັນດາ​ກະຊວງ​ທີ່​ກ່ຽວຂ້ອງ. ທ່ານ​ຊີ້​ນຳ​ວ່າ, ກ່ອນ​ອື່ນ​ໝົດ​ເພື່ອ​ປັບປຸງ​ແຜນ​ຮ່າງ​ນີ້, ຕ້ອງ​ສຸ​ມ​ໃສ່ 4 ໝວດ​ຜະລິດ​ຕະພັນ​ກະ​ເສດ​ແມ່ນ​ເຂົ້າສານ, ຜັກ, ໝາກ​ໄມ້, ການ​ລ້ຽງສັດ ​ແລະ ສິນ​ໃນ​ນຳ້. ນີ້​ແມ່ນ​ບັນດາ​ໝວດ​ຜະລິດ​ຕະພັນ​ກະ​ເສດ​ທີ່​ເຄີຍ​ຖືກ​ຄວາມ​ສ່ຽງ​ຍ້ອນ​ການ​ຜັນ​ແປ​ຂອງ​ຕະຫຼາດ. ຜະລິດ​ຕະພັນ​ກະ​ເສດ​​ເຫຼົ່າ​ນີ້​ມີ​ຄູນ​ນະພາ​ບບໍ່​ທັນ​ສູງ​ເທື່ອ. ປະຈຸ​ບັນ​ບັນດາ​ວິ​ສາ​ຫະກິດ​ພວມ​ມີ​ທ່າ​ອ່ຽງລົງທຶນ​ເຂົ້າ​ຂົງ​ເຂດ​ກະ​ສີ​ກຳ​ຫຼາຍ​ກວ່າ. ນີ້​ແມ່ນ​ໂອກາດ​ເພື່ອ​ປັບປຸງ​ການ​ສ້າງ​ໂຄງ​ປະກອບ​ກະ​ສີ​ກຳ​ຄືນ​ໃໝ່, ​ເພື່ອ​ພັດທະນາ​ພື້ນຖານ​ກະ​ສີ​ກຳ​ທີ່​ທັນ​ສະ​ໄໝ, ດ້ວຍຜະລິດ​ຕະພັນ​ກະ​ເສດ​ທີ່​ມີ​ຄຸນ​ນະພາ​ບສູງ, ມີ​ຊື່​ສຽງ​ໃນ​ຕະຫຼາດ.

ຂ່າວ/ບົດ​ອື່ນ