(vovworld) - ວັນທີ 2/8, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ໃຫ້ການຕ້ອນຮັບສາດສະດາຈານ Song Ja Rip, ກຳມະການສູນກາງພັກແຮງງານສປປ ເກົາຫຼີ, ລັດຖະມົນຕີກະຊວງມະຫາວິທະຍາໄລ ສປປ ເກົາຫຼີ, ຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດ Kim Il Sung. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ຢືນຢັນວ່າ ຫວຽດນາມປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ສຶກສາກັບ ສປປເກົາຫຼີ ແລະ ຈະສ້າງເງື່ອນໄຂໃຫ້ນັກສຶກສາ ສປປ ເກົາຫຼີ ມາຮໍ່າຮຽນຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີກໍຖືວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງອາຊຽນ, ເພາະສະນັ້ນ, ຫວຽດນາມ ອາດຈະແມ່ນຂົວເຊື່ອມຕໍ່ເພື່ອໃຫ້ ສປປ ເກົາຫຼີ ພົບປະ, ແລກປ່ຽນ, ຮ່ວມມືຫຼາຍດ້ານກັບບັນດາສະມາຊິກໃນກຸ່ມອາຊຽນ… ທ່ານສາດສະດາຈານ Song ຫວັງວ່າ ໃນໄລຍະທີ່ຈະມາເຖິງ, ການຮ່ວມມືໃນຂົງເຂດສຶກສາລະຫວ່າງສອງປະເທດຈະໄດ້ຮັບການຍູ້ໄວກວ່າອີກ, ສົມກັບຄວາມສາມາດບົມຊ້ອນຂອງສອງຝ່າຍ ແລະ ສ້າງກຳລັງໜູນເພື່ອໃຫ້ການຮ່ວມມືລະຫວ່າງ ສປປ ເກົາຫຼີ - ຫວຽດນາມ ພັດທະນາຢ່າງແຮງກວ່າ.