ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບ ເອກອັກຄະລັດຖະທູດໂຮນລັງ

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບ ເອກອັກຄະລັດຖະທູດໂຮນລັງ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ
ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ໂຮ​ນລັງ
(ພາບ: chinhphu.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 05/03, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ລາຊະ​ອານາຈັກ​ໂຮ​ນລັງ Catharina Trooster ​ເຂົ້າ​ຢ້ຽມ​ຂໍ່ານັບ​ຕາມ​ພິທີການ​ທູດ ​ເນື່ອງ​ໃນ​ໂອກາດ​ເລີ່​ມປະຕິບັດ​ໜ້າ​ທີ່ການ​ທູດຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ຕີ​ລາວ່າ, ​ການ​ພົວພັນ​ລະຫວ່າງຫວຽດນາມ - ​ໂຮ​ນລັງ ພວມ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ເລື່ອງ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຄຸ້ມ​ຄອງ​ນ້ຳ (10/2010) ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ດ້ານ​ກະສິກຳ ​ແລະ ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ (06/2014). 2 ປະ​ເທດ​​ໄດ້ ​ແລະ ພວມ​ມີ​ການ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນບົ​ນ​​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າມບິ່ງ​ມິ​ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ, ​ໃນ​ອາຍຸ​ການ​ນີ້, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຈະ​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ​ເພື່ອ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢ່າງ​ແຮງ, ກໍ່​ຄື​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (EU).

        ສ່ວນ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ Catharina Trooster ຢືນຢັນ​ວ່າ, ຈະ​ມານະ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃຫ້​ເລິກ​ເຊິ່ງກວ່າ ​ແລະ ຈະ​ເຮັດ​ຈົນ​ສຸດຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ