ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຝ້າມບິງມິນ ຕ້ອນຮັບປະທານ ກຸ່ມບໍລິສັດ Taekwang

(VOVWORLD) -ທີ່ການຕ້ອນຮັບທ່ານ Park Yen Cha ປະທານ ກຸ່ມບໍລິສັດ Taekwang , ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຝ້າມບິງມິນ ຕ້ອນຮັບປະທານ ກຸ່ມບໍລິສັດ Taekwang - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ

ວັນທີ 4 ທັນວາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Park Yen Cha ປະທານ ກຸ່ມບໍລິສັດ Taekwang , ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ, ຕີລາຄາສູງບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມຂອງ ກຸ່ມບໍລິສັດ Taekwang ໃນໄລຍະກ່ວາ 20 ປີທີ່ຜ່ານມາ, ປະກອບສ່ວນພັດທະນາເສດຖະກິດສັງຄົມຢູ່ຫວຽດນາມ. 

   ສ່ວນ ທ່ານ Park Yen Cha ປະທານ ກຸ່ມບໍລິສັດ Taekwang ໄດ້ລາຍງານຕໍ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ກ່ຽວກັບສະພາບການເຄື່ອນໄຫວຂອງກຸ່ມບໍລິສັດ, ເປັນຕົ້ນແມ່ນການຜັນຂະຫຍາຍບັນດາໂຄງການກໍ່ສ້າງໂຮງງານໄຟຟ້າໃຊ້ພະລັງງານຄວາມຮ້ອນ ຫາຍເຫົ້າ, ປຸງແຕ່ງຝຸ່ນ, ຜະລິດເກີບ ແລະ ກໍ່ສ້າງໂຮງຮຽນການຊ່າງ. 

ຕອບກັບ

ຂ່າວ/ບົດ​ອື່ນ