ຮອງນາຍົກລັດຖະມົນຕີ ຫວູວັນນິງ ຕ້ອນຮັບຮອງປະທານທະນາຄານໂລກ

ຮອງນາຍົກລັດຖະມົນຕີ ຫວູວັນນິງ ຕ້ອນຮັບຮອງປະທານທະນາຄານໂລກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
​ຮັບ​ທ່ານ Axel Van Trosenburg, ຮອງ​ປະທານ​ທະນາຄານ​ໂລກ (WB)
(ພາບ: chinhphu.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 31/03, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບ​ທ່ານ Axel Van Trosenburg, ຮອງ​ປະທານ​ທະນາຄານ​ໂລກ (WB) ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ຕີ​ລາຄາ​ສູງການ​ໜູນ​ຊ່ວຍ​ທີ່​ລ້ຳ​ຄ່າ​ຕ່າງໆຂອງ WB ທີ່​ມີ​ຕໍ່​ວິວັດ​ການພັດທະນາ​ຂອງ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ WB ສືບ​ຕໍ່​ມີ​ ​ການ​ໜູນ​ຊ່ວຍ​ຫວຽດນາມ ກວ່າ​ອີກ, ​ພິ​ເສດ​ແມ່ນ​ໃນ​ສະພາບ​ທີ່​ຫວຽດນາມ ພວມ​ຕ້ອງການ​​ແຫຼ່ງກຳລັງ​ອັນ​ໃຫຍ່​ຫຼວງ ​ເພື່ອປະຕິບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ສັງ​ລວມພື້ນຖານ​ເສດຖະກິດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢືນຢັນ​ວ່າ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ນຳ​ໃຊ້​ການ​ໜູນ​ຊ່ວຍ​ຂອງ WB ​ໃນ​ໄລຍະ​ຈະ​ມາ​ເຖິງ​​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ.

ຂ່າວ/ບົດ​ອື່ນ