ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ແລະ ຮອງລັດຖະມົນຕີການຄ້າ ອາເມລິກາ
(ພາບ: hoangtrunghai.net)
|
(vovworld) - ຕອນບ່າຍວັນທີ 7/3, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານຮອງລັດຖະມົນຕີການຄ້າ ອາເມລິກາ ຮັບຜິດຊອບກ່ຽວກັບການຄ້າສາກົນ Francisco Sanchez, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈູງຫາຍ ຢືນຢັນຄວາມມານະພະຍາຍາມຂອງຫວຽດນາມ ໃນວິວັດການເຈລະຈາສັນຍາພົວພັນຄູ່ຮ່ວມມືເສດຖະກິດຍຸດທະສາດເຂດ ປາເຊຟິກ (ຫຼື TPP). ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຫວັງວ່າ: ອາເມລິກາ ຮັບຮອງຫວຽດນາມ ແມ່ນມີພື້ນຖານເສດຖະກິດການຕະຫຼາດ ໂດຍໄວ, ເພື່ອແນໃສ່ຊຸກຍູ້ການພົວພັນເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດໃນໄລຍະທີ່ຈະມາເຖິງ.
ແລະກໍໃນວັນດຽວກັນ, ໃນການຕ້ອນຮັບທ່ານຮອງປະທານອົງການ ຄ້ຳປະກັນການລົງທຶນຫຼາຍຝ່າຍ MIGA (ແມ່ນ ໜຶ່ງ ໃນ 5 ອົງການຂອງກຸ່ມທະນາຄານໂລກ), ທ່ານຮອງນາຍົກລັດຖະມົນຕີ ກໍຫວັງວ່າ: MIGA ສືບຕໍ່ສະໜັບສະໜູນບັນດາໂຄງການຂອງຫວຽດນາມ, ພິເສດແມ່ນບັນດາໂຄງການພາກເອກະຊົນໃນການພັດທະນາພື້ນຖານໂຄງລ່າງ.