ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພົບປະກັບຜູ້ມີສິດເລືອກຕັ້ງ ແຂວງ ຮ່າຕິ້ງ

(VOVWORLD) - ການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນແຮງ ແຕ່ໄພເງິນເຟີ້ຕ່ຳຫຼາຍ. ຄຽງຄູ່ກັນນັ້ນ, ພື້ນຖານເສດຖະກິດກໍ່ໄດ້ຮັບຫຼາຍ “ຂໍ້ມູນຂ່າວມ່ວນໆ” ເມື່ອລະດົມເງິນລົງທຶນຈາກຕ່າງປະເທດ
ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພົບປະກັບຜູ້ມີສິດເລືອກຕັ້ງ ແຂວງ ຮ່າຕິ້ງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພົບປະກັບຜູ້ມີສິດເລືອກຕັ້ງ 

ໂດຍປະຕິບັດຕາມລາຍການພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ຈັດກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14, ໃນວັນທີ 30 ກັນຍາ ຫາ ວັນທີ 1 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນສະພາແຫ່ງຊາດ ແຂວງ ຮ່າຕິ້ງ ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ເຮືອງເຊີນ ແລະ ເມືອງ ງີຊວນ. ນະທີ່ນີ້, ເມື່ອປະກາດຂໍ້ມູນຂ່າວສານກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນ 9 ເດືອນຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນແຮງ ແຕ່ໄພເງິນເຟີ້ຕ່ຳຫຼາຍ. ຄຽງຄູ່ກັນນັ້ນ, ພື້ນຖານເສດຖະກິດກໍ່ໄດ້ຮັບຫຼາຍ “ຂໍ້ມູນຂ່າວມ່ວນໆ” ເມື່ອລະດົມເງິນລົງທຶນຈາກຕ່າງປະເທດ ( ທັງໂດຍກົງ ແລະ ທາງອ້ອມ) ແມ່ນລະດັບສູງສຸດໃນຮອບເວລາ 20 ປີຜ່ານມາ, ບັນລຸລະດັບ 25 ຕື້ USD. ແຂກທ່ອງທ່ຽວສາກົນມາ ຫວຽດນາມ ເດືອນນີ້ສູງກ່ວາເດືອນກ່ອນ 30%. ຕະຫຼາດພັນທະບັດ, ໃບຫຸ້ນບັນລຸກ່ວາ 800 ຄະແນນ, ສູງທີ່ສຸດນັບແຕ່ປີ 2007 ມາຮອດປະຈຸບັນ. 


ຕອບກັບ

ຂ່າວ/ບົດ​ອື່ນ