ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ: ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວຂອງບັນດາວິສາຫະກິດຕ່າງປະເທດ

(VOVWORLD) - ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ ຫວຽດນາມ ພວມຍູ້ແຮງການປົວແປງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ແລະ ຮຽກຮ້ອງບັນດາວິສາຫະກິດຕ່າງປະເທດມີກຳລັງຄວາມສາມາດໃນການບໍລິການ, ມີຄວາມສາມາດບົ່ມຊ້ອນດ້ານການເງິນຕໍ່ການລົງທຶນ
ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ: ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວຂອງບັນດາວິສາຫະກິດຕ່າງປະເທດ - ảnh 1 ທ່ານ Paul Greemwood ແລະ ທ່ານ ເວືອງດິ່ງເຫ້ວ

ໃນຕອນບ່າຍວັນທີ 20 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Paul Greemwood ຮອງປະທານກຸ່ມບໍລິສັດ ExxonMobil. ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ ຫວຽດນາມ ພວມຍູ້ແຮງການປົວແປງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ແລະ ຮຽກຮ້ອງບັນດາວິສາຫະກິດຕ່າງປະເທດມີກຳລັງຄວາມສາມາດໃນການບໍລິການ, ມີຄວາມສາມາດບົ່ມຊ້ອນດ້ານການເງິນຕໍ່ການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສ້າງຄວາມສະດວກໃຫ້ການເຄື່ອນໄຫວຂອງບັນດາວິສາຫະກິດຕ່າງປະເທດເພື່ອແນໃສ່ປະກອບສ່ວນເຂົ້າໃນການພັດທະນາຂອງສອງຝ່າຍ. ທ່ານ ຮອງປະທານກຸ່ມບໍລິສັດ ExxonMobil Paul Greemwood ເຊຶ່ອໝັ້ນຕໍ່ບັນດາຄວາມມານະພະຍາຍາມ ແລະ ໝາກຜົນທີ່ບັນລຸໄດ້ຂອງລັດຖະບານ ຫວຽດນາມ ໃນການບໍລິຫານ, ການພັດທະນາດ້ານເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບສາກົນໃນຊຸມປີຜ່ານມາ ແລະ ຢືນຢັນວ່າ ຈະສືບຕໍ່ເອົາໃຈໃສ່ກ່ຽວກັບການຮ່ວມມື, ລົງທຶນກັບບັນດາຄູ່ຮ່ວມມືຢູ່ ຫວຽດນາມ ໃນໄລຍະຈະມາເຖິງ

ຕອບກັບ

ຂ່າວ/ບົດ​ອື່ນ