ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ເຮັດວຽກກັບແຂວງ Quang Ngai
( ພາບ: vuvanninh.net )
( vovworld ) – ຕອນບ່າຍວັນທີ 12/4, ຄະນະປະຕິບັດງານລັດຖະບານໂດຍທ່ານຮອງນາຍົກລັດຖະມົນຕີ Vu Van Ninh ນຳໜ້າ ໄດ້ມີການເຮັດວຽກກັບແຂວງ Quang Ngai ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມປີ 2011 ແລະ ງວດທີ 1 ຂອງປີ 2012, ພິເສດແມ່ນວິວັດການພັດທະນາເສດຖະກິດທະເລຕິດພັນກັບການປົກປັກຮັກສາອະທິປະໄຕຄວາມສະຫງົບອດໄພຢູ່ທະເລໝູ່ເກາະ. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໄດ້ເນັ້ນໜັກວ່າ, ລັດຖະບານໄດ້ມີບັນດາກົນໄກນະໂຍບາຍໜູນຊ່ວຍໃຫ້ຊາວປະມົງຕິດພັນກັບເທລະຢ່າງຍາວນານ, ລັດຖະບານໄດ້ຕົກລົງຫັນກອງເຮືອຫາປາເປັນທັນສະໄໝ ເພື່ອພັດທະນາການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະກອບສ່ວນຮັກສາອະທິປະໄຕທະເລໝູ່ເກາະ. ກ່ອນອື່ນໝົດ, ລັດຖະບານໄດ້ຕົກລົງໃຫ້ແຂວງ Quang Ngai ເລືອກເມືອງເກາະ Ly Son ຫຼື ໜື່ງໃນບັນດາເມືອງແຄມທະເລປິຕິບົດທົດລອງການຫັນກອງເຮືອຫາປາເປັນທັນສະໄໝ ເພື່ອຖອດຖອນບົດຮຽນເພື່ອຂະຫຍາຍອອກຢ່າງກວ້າງຂວ້າງ. ທ່ານຮອງນາຍົກລັດຖະມົນຕີ ໄດ້ເຫັນດີກັບແຜນຮ່າງຂອງແຂວງ Quang Ngai ແລະ Vinashin ໃນການຕໍ່ກໍ່າປັ່ນຫາປາໃໝ່ 22 ລຳດ້ວຍເຫຼັຫກ້າມີແຮງມ້າສູງ ເພື່ອແທນໃຫ້ກໍ່າປັ່ນເຮັດດ້ວຍໄມ້. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໄດ້ຮຽກຮ້ອງບັນດາກະຊວງທີ່ກ່ຽວຂ້ອງຕ້ອງປະຕິບັດບັນດາລະບຽບການຢ່າງຮີບດ່ວນ ເພື່ອສາມາດລົງທຶນຫັນກອງເຮືອຫາປາເປັນທັນສະໄໝໃນສອງປີ 2012 – 2013.