(vovworld) - ວັນທີ 4/9, ທ່ານຮອງນາຍົກລັດຖະມົນ Nguyen Thien Nhan ແລະ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດສະວິດ ແລະ ບຸນກາລີ ແຕ່ວັນທີ 30/8 – 4/9 ຢ່າງຈົບງາມ. ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 4/9, ທ່ານຮອງນາຍົກລັດຖະມົນ Nguyen Thien Nhan ໄດ້ເຂົ້າຢ້ຽມຂໍ່ານັບປະທາທາທິບໍດີບຸນກາລີ Bulgari Rosen Plevneliev. ນະທີ່ນິ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ຍາມໃດຫວຽດນາມ ກໍຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນ, ຮ່ວມມືຢ່າງຮອບດ້ານກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ເອີລົບກາງ - ເອີລົບຕາເວັນອອກ, ໃນນັ້ນມີບຸນກາລີ. ທ່ານຮອງນາຍົກລັດຖະມົນຕີຢືນຢັນວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ບຸນກາລີ ພວມ ແລະ ຈະສືບຕໍ່ແມ່ນປັດໃຈສຳຄັນໃນການຊຸກຍູ້ການພົວພັນຫຼາຍດ້ານລະຫວ່າງສອງປະເທດ ແລະ ເພີ່ມທະວີຄວາມເຂົ້າໃຈລະຫວ່າງສອງຊາດ… ທ່ານປະທານາທິບໍດີ Rosen Plevneliev ຢືນຢັນວ່າ ບຸນກາລີ ມີແຜນນະໂຍບາຍສ້າງ ແລະ ຟື້ນຟູສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດກັບຫວຽດນາມ, ພ້ອມທັງປາດຖະໜາວ່າ ຢາກຍົກການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບຍຸກທະສາດ.
ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນ Nguyen Thien Nhan ໄດ້ມີການພົບປະກັບທ່ານລັດຖະມົນຕີວັດທະນະທຳ Vejdi Rashidov, ທ່ານລັດຖະມົນຕີກະຊວງສຶກສາ, ຊາວໜຸ່ມ ແລະ ວິທະຍາສາດ Sergei Ignatov; ເປັນສັກຂີພິຍານໃນຂໍ້ຕົກລົງລະຫວ່າງມະຫາວິທະຍາໄລວິທະຍາສາດ, ສັງຄົມ ແລະ ວັດທະນະທຳມະນຸດ, ທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະ ມະຫາວິທະຍາໄລສັງລວມ Sifia ກ່ຽວກັບການສ້າງພາກວິຊາພາສາຫວຽດ ຢູ່ມະຫາວິທະຍາໄລສັງລວມ Sifia.