ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມວັນບຸນບໍລິຈາກເລືອດ
ຮອງປະທານປະເທດຫງວຽນທິຢວານຕີກອງໄຂວັນບຸນບໍລິຈາກເລືອດ |
(vovworld)- ດ້ວຍສານທີ່ວ່າ “ ບໍລິຈາດເລືອດ ເພື່ອກອບກູ້ເອົາຊີວິດມະນຸດ ”. ວັນບຸນບໍລິຈາກເລືອດຄັ້ງທີ 9 ປີ 2016 ໄດ້ຖືກໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 28/2 ຢູ່ຮ່າໂນ້ຍ. ໃນ ວັນບຸນບໍລິຈາກເລືອດ, ທ່ານນາງຮອງປະທານປະເທດຫງວຽນທິຢວານ ແລະ ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກ ຫງວຽນທິກິມຕຽນ ໄດ້ໄປຢ້ຽມຢາມຖາມຂ່າວ ແລະ ລະດົມກຳລັງໃຈແກ່ການກະທຳອັນສູງສົ່ງຂອງບັນດາຜູ້ເຂົ້າຮ່ວມບໍລິຈາກເລືອດ, ພ້ອມທັງຕີລາຄາສູງໝາກຜົນຂອງ ວັນບຸນບໍລິຈາກເລືອດ 8 ຄັ້ງກ່ອນນີ້. ນັກສຶກສາ ກວາງຮຸຍ ສັງກັດສະຖາບັນໄປສະນີ ໂທລະຄົມມະນາຄົມຮ່າໂນ້ຍ, ຜູ້ເຂົ້າຮ່ວມບໍລິຈາກເລືອດ ໃຫ້ຮູ້ວ່າ :
“ ເຖິງວ່າຂ້ອງຄາກັບວຽກງານການຮ່ຳຮຽນຫຼາຍກໍຕາມ, ແຕ່ນ້ອງຍັງພະຍາຍາມສະຫຼະເວລາມາບໍລິຈາກເລືອດ. ນ້ອງຄິດວ່າ ການບໍລິຈາກເລືອດຈະຊວ່ຍບັນດາຄົນເຈັບທີ່ພວມຕ້ອງການເລືອດ. ນີ້ແມ່ນການກະທຳທີ່ມີຄວາມໝາຍອັນສູງສົ່ງ ”