ຮອງລັດຖະມົນຕີກະຊວງຕຳຫລວດຫວຽດນາມໂຕເລີມຕ້ອນຮັບຮອງປະທານກຸ່ມບໍລິສັດMicrosoft

ຮອງລັດຖະມົນຕີກະຊວງຕຳຫລວດຫວຽດນາມໂຕເລີມຕ້ອນຮັບຮອງປະທານກຸ່ມບໍລິສັດMicrosoft - ảnh 1
ທ່ານ​ພົນ​ໂທ ​ໂຕ​ເລີມ ​ຕ້ອນຮັບ​ທ່ານ Mark Day
 ຮອງ​ປະທານ​ກຸ​່ມບໍລິສັດ Microsoft
(ພາບ: VGP)

(vovworld) - ຕອນ​ບ່າຍ​ວັນ​ທີ 29/03 ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ໂຕ​ເລີມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງຕຳຫລວດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Mark Day ຮອງ​ປະທານ​ກຸ​່ມບໍລິສັດ Microsoft ມາ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ ​ໂຕ​ເລີມ ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ບໍລິສັດ Microsoft ຫວຽດນາມ, ພິ​ເສດ​​ແມ່ນໃນ​ການ​ສົ່ງ​ເສີມ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກຸ່ມ​ບໍລິສັດ Microsoft ​ແລະ ກະຊວງ​ຕຳຫລວດ ຫວຽດນາມ. ທ່ານ ​ໂຕ​ເລີມ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຈະ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື, ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ຮ່ວມ​ມື ທີ່​ໄດ້ເຫັນ​ດີ​ເປັນ​ເອກະ​ພາບນຳ​ກັນ​ກ່ຽວ​ກັບ​ດ້ານເຕັ​ກ​ໂນ​ໂລ​ຢີສື່ສານ, ຄວາມ​ປອດ​ໄພ​ທາງ​ສື່ສານ​, ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ. ຜ່ານ​ນັ້ນ ປະກອບສ່ວນ​ຮັບ​ໃຊ້​ພາລະກິດ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຂອງ​ແຕ່ລະ​ປະ​ເທດ; ຕອບ​ສະໜອງ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຢ່າງ​ທັນ​ການ.

        ສ່ວນ​ທ່ານ Mark Day ຮອງ​ປະທານ​ກຸ​່ມບໍລິສັດ Microsoft ຢືນຢັນ​ວ່າ: ບັນດາ​ໝາກຜົນ​​ແກ່ງການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫລວດ ຫວຽດນາມ ​ແລະ ກຸ່ມ​ບໍລິສັດ Microsoft ​ແມ່ນ​ແທດ​ຈິງ, ມີ​ປະສິດທິ​ຜົນ. ທ່ານ Mark Day ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຄວນ​ເພີ່ມ​ທະວີ​ວຽກ​ງານ​ຮັບປະກັນຄວາມ​ສະຫງົບ​ປອດ​ໄພ, ຄວາມ​ປອດ​ໄພ​​ໃນ​ການ​ສື່ສານ​ກ່ຽວ​ກັບ​ຂົງ​ເຂດ​ຕ່າງໆເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ