ຮອງລັດຖະມົນຕີບູຍແທງເຊີນຕອບສຳພາດກ່ຽວກັບການຢ້ຽມຢາມຍີ່ປຸ່ນຂອງທ່ານນາຍົກລັດຖະມົນຕີຫວຽດນາມ

ຮອງລັດຖະມົນຕີບູຍແທງເຊີນຕອບສຳພາດກ່ຽວກັບການຢ້ຽມຢາມຍີ່ປຸ່ນຂອງທ່ານນາຍົກລັດຖະມົນຕີຫວຽດນາມ - ảnh 1
ທ່າ​ນຮອງ​ລັດຖະມົນຕີ​ກາ​ນ ຕ່າງປະ​​ເທດ ບູຍ​ແທງ​ເຊີນ

(vovworld) – ​ ​ ​ ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ວັນ​ທີ 29/05, ທ່າ​ນຮອງ​ລັດຖະມົນຕີ​ກາ​ນ ຕ່າງປະ​​ເທດ ຫວຽດນາມ ບູຍ​ແທງ​ເຊີນ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຄັ້ງ​ທຳ​ອິດ​ໃນ ​ປະ​ຫວັດ​ສາດ42 ປີ​ຂອງ ຈີ7, ຫວຽດນາມ ​ໄດ້​ຮັບ​ເຊີນ​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ ຈີ7 ​ເປີດ​ກ້ວາງ. ສິ່ງ​ດັ່ງກ່າວ​ສະ​ແດງ​​ໃຫ້​ເຫັນການ​ຮັບຮູ້​ຂອງ​ ຍີ່ປຸ່ນ ​ແລະ ບັນດາ​ປະ​ເທດ ຈີ7 ສຳລັບ​ທີ່​ຕັ້ງ​ຂອງ ຫວຽດ​ນາມ ບົນ​ເວທີ​ປາ​ໄສ​ສາກົນ. ນອກ​ກອງ​ປະຊຸມ ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ມີ​ບັນດາ​ການ​ພົບ​ປະ 2 ຝ່າຍ​ກັບ​ປະມຸກ​ລັດ, ການ​ນຳ​ບັນດາ​ປະ​ເທດ ຈີ7 ​ແລະ ຈີ7 ​ເປີດ​ກ້ວາງ, ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​ໃນ​ພາກ​ພື້ນ​ ​ແລະ ​ໂລກ ​ເພື່ອ​ແລກປ່ຽນ​​ບັນດາ​ບັນຫາ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ຢ້ຽ​ມຢາມ ຍີ່ປຸ່ນ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ທ່ານ​ຮອງ​ລັດຖະມົນຕີ ບູຍ​ແທງ​ເຊີນ ຢືນຢັນ​ວ່າ: ການ​ຢ້ຽມຢາມ​ບັນລຸຜົນ​ສຳ​ເລັດຢ່າງດີງາມ ​ແລະ ຜົນງານ​ສຳຄັນ​ຫລາຍ​ຢ່າງ. 2 ຝ່າຍ​​ເຫັນ​ດີ​ເປັນ​​ເອກະສັນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ດ້ານ​ການ​ເມືອງ​ກ່ວາ​ອີດ ​ໂດຍ​ຜ່ານ​ການ​ຮັກສາ​ບັນດາ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ​ເປ​ັນ

ປະຈຳ, ​ເພີ່ມ​ທະວີ​ການ​ພົບ​ປະ​ຢູ່​ນອກ​ບັນ​ດາກ​ອງປະຊຸມ​ສາກົນ, ຍົກ​ສູງ​ປະສິດທິ​ຜົນ​ບັນດາ​ກົນ​ໄກ​​ຄູ່ເຈລະຈາ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ