ຮອບຊິງຊະນະເລີດ U23 ຫວຽດນາມ - Uzbekistan

(VOVWORLD) -   ກ່ອນການແຂ່ງຂັນນັດສຳຄັນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ໄດ້ສົ່ງໂທລະເລກລະດົມກຳລັງໃຈທິມບານເຕະ U23 ຫວຽດນາມ.
ຮອບຊິງຊະນະເລີດ U23 ຫວຽດນາມ - Uzbekistan - ảnh 1 ບັນດານັກກິລາບານເຕະ ຫວຽດນາມ

ຮອບຊິງຊະນະເລີດລະຫວ່າງ U23 ຫວຽດນາມ - Uzbekistan ທີ່ການແຂ່ງຂັນບານເຕະ U23 ອາຊີ ຈະດຳເນີນໃນຕອນບ່າຍ, ເວລາ 15 ໂມງວັນທີ 27 ມັງກອນ, ໃນສະໜາມກິລາ ຈ໋າງເຈົາ (ແຈ໋ວງຊູ - ປະເທດຈີນ). ນີ້ແມ່ນຂີດໝາຍປະຫວັດສາດຂອງບານເຕະ ຫວຽດນາມ ໃນການແຂ່ງຂັນບານເຕະລະດັບທະວີບນີ້, ບັນດານັກກິລາບານເຕະ ຫວຽດນາມ ໄດ້ແຂ່ງຂັນບັນລຸຜົນສຳເລັດ, ໄດ້ຊະນະທິມບານເຕະທີ່ແຂງແກ່ນໃນພາກພື້ນ ເປັນຄັ້ງທຳອິດໄດ້ເຂົ້າແຂ່ງຂັນໃນຮອບຊິງຊະນະເລີດ.

        ກ່ອນການແຂ່ງຂັນນັດສຳຄັນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ໄດ້ສົ່ງໂທລະເລກລະດົມກຳລັງໃຈທິມບານເຕະ U23 ຫວຽດນາມ. ໂທລະເລກໄດ້ຢືນຢັນວ່າ ປະຊາຊົນ ຫວຽດນາມ ກ່ວາ 90 ລ້ານຄົນ ທີ່ຢູ່ເບື້ອງຫຼັງ, ໄດ້ຊ່ວຍເຊຍໃຫ້ກຳລັງໃຈ ແລະ ຕິດຕາມບັນດານັກກິລາທຸກບາດກ້າວ. ພາຍໃຕ້ຄັນທຸງສີແດງ ດາວເຫຼືອງ, ຈົ່ງອຸ່ນອ່ຽນໃຈ, ເຊື່ອໝັ້ນຕົນເອງ, ແຂ່ງຂັນສຸດຈິດສຸດໃຈເພື່ອປະເທດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ