(vovworld) – ສູນການຄ້າຍີ່ປຸ່ນ ແຫ່ງທຳອິດຖືກກໍ່ສ້າງຢູ່ຮ່າໂນ້ຍ, ນັ້ນແມ່ນ ສູນການຄ້າ Aeon Mall ລອງບຽນ, ເຊິ່ງຈະເປີດສະຫຼອງໃນວັນທີ 28/10/2015. ນີ້ແມ່ນສູນການຄ້າແຫ່ງທຳອິດຂອງ Aeon ຢູ່ຮ່າໂນ້ຍ ແລະ ແມ່ນສູນການຄ້າໃຫຍ່ອັນກັບທີ 3 ຢູ່ຫວຽດນາມ, ຖັດຈາກແຂວງ ບິ່ງເຢືອງ ແລະ ນະຄອນໂຮ່ຈິມິນ. ບໍລິສັດຍີ່ປຸ່ນ Aeon, ເຈົ້າຂອງລົງທຶນສູນກາງຄ້ານີ້ໃຫ້ຮູ້ວ່າ, ສູນການຄ້າແຫ່ງໃໝ່ນີ້ຖືກກໍ່ສ້າງໃນເນື້ອທີ່ 9,6 ha, ເພື່ອແນໃສ່ຮັບໃຊ້ໃຫ້ 280.000 ຄອບຄົວ, ເທົ່າກັບຊາວຮ່າໂນ້ຍ 1 ລ້ານຄົນ.