ຮ່າໂນ້ຍເຊີດຊູຜູ້ບໍລິຈາກເລືອດອາສາສະໝັກ

  ຮ່າໂນ້ຍເຊີດຊູຜູ້ບໍລິຈາກເລືອດອາສາສະໝັກ - ảnh 1
ພິ​ທີເຊີດ​ຊູ​ຜູ້ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ
(vovworld)-  ໂດຍ​ຕອບ​ສະ​ໜອງວັນ​​ເຊີດ​ຊູ​ຜູ້​ບໍ​ລິ​ຈາກ​ເລືອດສາ​ກົນ (14/6), ຕອນ​ເຊົ້າ​ວັນ​ທີ 12/6, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ຂົນ​ຂວາຍ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກນະ​ຄອນຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​ເຊີດ​ຊ​ູກວ່າ 200 ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ​ທີ່​ດີ​ເດັ່ນ​ໃຫ້​ແກ່​ຂະ​ບວນ​ການບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກນະ​ຄອນຮ່າ​ໂນ້ຍປີ 2016. ທ່ານ​ນາງ​ຫງວຽ​ນ​ທິ​ທ່ວນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ​ດຶກ​ຢາງ ເມືອງ​ລອງ​ບຽນ, ຮ່າ​ໂນ້ຍ ເປີດ​ເຜີຍ​ວ່າ : (ເທບ)     “ ໃນ​ຕະຫຼອດ​ໄລ​ຍະ 10 ປີ​ຜ່ານ​ມາ, ແຕ່​ລະ​ປີ, ຂ້າ​ພະ​ເຈົ້າ​ບໍ​ລິ​ຈາກ​ເລືອດ 2 ເທື່ອ ແລະ ພວກ​ຂ້າ​ພະ​ເຈົ້າ​ຍັງ​ໂຄ​ສະ​ນາ​ເຖິງ​ທຸກໆ​ຄົນ ແລະ ເປັນ​ແບບ​ຢ່າງ​ໃນ​ໝູ່​ປະ​ຊາ​ຊົນ​ໃນ​ຕາ​ແສງ​ເພື່ອ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ການ​ເຂົ້າ​ຮ່ວມ​ບໍ​ລິ​ຈາກ​ເລືອດ​ແມ່ນ​ການ​ກະ​ທຳ​ທີ່​ມີ​   ຄວ​າມໝາຍ​ສູງ​ສົ່ງ​ເພື່ອກອບ​ກູ້​ເອົາ​ຊີ​ວິດ​ຄົນ​ເຈັບ ”
ຂ່າວ/ບົດ​ອື່ນ