ຮ່າ​ໂນ້ຍ ສະ​ຫລຸບ 30 ປີ​ແຫ່ງ​ຂະ​ບວນ​ການ​ວຽກ​ດີ​ຄົນ​ເດັ່ນ, ມອບ​ນາມ​ມະ​ຍົດ​ພົນ​ລະ​ເມືອງ​ນະ​ຄອນຫຼວງ​ດີ​ເດັ່ນ

(VOVWORLD) - ມີ 747 ສ່ວນບຸກຄົນໄດ້ຮັບນາມມະຍົດ “ວຽກດີຄົນເດັ່ນ”  ແລະ 10 ສ່ວນບຸກຄົນດີເດັ່ນໄດ້ຮັບນາມມະຍົດ “ພົນລະເມືອງນະຄອນຫຼວງດີເດັ່ນ” ປີ 2022.
ຮ່າ​ໂນ້ຍ ສະ​ຫລຸບ 30 ປີ​ແຫ່ງ​ຂະ​ບວນ​ການ​ວຽກ​ດີ​ຄົນ​ເດັ່ນ, ມອບ​ນາມ​ມະ​ຍົດ​ພົນ​ລະ​ເມືອງ​ນະ​ຄອນຫຼວງ​ດີ​ເດັ່ນ - ảnh 1

 (ພາບ: hanoimoi.com.vn)

 

ເນື່ອງໃນໂອກາດ 68 ປີແຫ່ງວັນປດົປ່ອຍນະຄອນຫຼວງຮ່ໂນ້ຍ (10/10/1954 -10/10/2022), ຕອນເຊົ້າວັນທີ 10 ຕຸລາ, ນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມສະຫລຸບ 30 ປີແຫ່ງຂະບວນການວຽກດີຄົນເດັ່ນ, ມອບນາມມະຍົດພົນລະເມືອງນະຄອນຫຼວງດີເດັ່ນປີ 2022

   ມີ 747 ສ່ວນບຸກຄົນໄດ້ຮັບນາມມະຍົດ “ວຽກດີຄົນເດັ່ນ”  ແລະ 10 ສ່ວນບຸກຄົນດີເດັ່ນໄດ້ຮັບນາມມະຍົດ “ພົນລະເມືອງນະຄອນຫຼວງດີເດັ່ນ” ປີ 2022 ແມ່ນບັນດາແບບຢ່າງໃນການປະຕິບັດບັນດາໜ້າທີ່ການເມືອງຂອງທ້ອງຖິ່ນ, ຫົວໜ່ວຍ, ແບບຢ່າງ ວຽກດີຄົນເດັ່ນ, ປະກອບສ່ວນປະຕິບັດບັນດາໜ້າທີ່ການເມືອງຂອງນະຄອນຫຼວງ.

   ເນື່ອງໃນໂອກາດນີ້, ທ່ານປະທານຄະນະກຳມະການ ປຊຊ ນະຄອນຮ່າໂນ້ຍ ເຈິ່ນຊິແທງ ໄດ້ປຸກລະດົມຂະບວນການແຂ່ງຂັນ “ວຽກດີຄົນເດັ່ນ” ປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ