ເກຼັກກຳນົດວັນເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ
ທ່ານປະທານາທິບໍດີເກຼັກ Prokopis Pavlopoulos
(ພາບ: AP)
(vovworld) – ວັນທີ 20/09 ຈະມາເຖິງ, ເກຼັກ ຈະດຳເນີນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ. ນີ້ຈະແມ່ນການເລືອກຕັ້ງທົ່ວປະເທດຄັ້ງທີ 5 ໃນໄລຍະ 6 ປີຜ່ານມາຢູ່ປະເທດນີ້. ວັນທີ 28/08, ທ່ານປະທານາທິບໍດີເກຼັກ Prokopis Pavlopoulos, ໄດ້ເຊັນລັດຖະດຳລັດຍຸບເລີກສະພາແຫ່ງຊາດ ແລະ ກຳນົດວັນເລືອກຕັ້ງທົ່ວປະເທດດັ່ງກ່າວ. ຄາດວ່າ, ສະພາແຫ່ງຊາດຊຸດໃໝ່ຈະຈັດກອງປະຊຸມສະໄໝຄັ້ງທຳອິດໃນວັນທີ 01/10 ຈະມາເຖິງ.
ກ່ອນໜ້ານັ້ນ, ວັນທີ 20/08, ທ່ານນາຍົກລັດຖະມົນຕີເກຼັກ Alexis Tsipras ໄດ້ຍືນໃບຂໍລາອອກຈາກຕຳແໜ່ງ ຕໍ່ທ່ານປະທານາທິບໍດີ Prokopis Pavlopoulos, ພ້ອມທັງຮຽກຮ້ອງດຳເນີນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ. ລັດຖະບານຊົ່ວຄາວໂດຍທ່ານປະທານາທິບໍດີ Prokopis Pavlopoulos ບົ່ງຕົວໄດ້ຮັບດຳລົງຕຳແໜ່ງໃນວັນທີ 28/08. ໜ້າທີ່ຕົ້ນຕໍ່ຂອງລັດຖະບານຊົ່ວຄາວແມ່ນຈັດຕັ້ງການເລືອກຕັ້ງກ່ອນກຳນົດເວລາ.