ເກຼັກເລີ່ມເພີ່ມອາກອນມູນຄ່າເພີ່ມVAT,ເປີດປະຕູທະນາຄານຄືນໃໝ່

ເກຼັກເລີ່ມເພີ່ມອາກອນມູນຄ່າເພີ່ມVAT,ເປີດປະຕູທະນາຄານຄືນໃໝ່ - ảnh 1
(ພາບປະກອບ: AP)

​​(vovworld) - ໜຶ່ງໃນບັນດາການກະທຳເຊິ່ງໄດ້ຮັບຖືວ່າແມ່ນບາດກ້າວທຳອິດ ເພື່ອປະຕິບັດຂໍ້ຕົກລົງ​ເອົາ​ການປະຕິ​ຮູບ​ຮັດ​ເຂັມ​ຄັດ​​ແລກ​​ບ້ວງ​ເງິນ​ກູ້ຊ່ວຍ ​ແຕ່​ວັນ​ທີ 20/07, ​ເກຼັກ​ ເລີ່​ມ​ເພີ່ມ​ອັດຕາ​ອາກອນມູນຄ່າ​​ເພີ່ມ​ (VAT) ສຳລັບ​ບາງປະ​ເພດ​ສິນຄ້າ ​ແລະ ການ​ບໍລິການ. ຕາມ​ນັ້ນ​ແລ້ວ, ອັດຕາ​ອາກອນ​ດັ່ງກ່າວ​ຈະ​ເພີ່ມ​​ຈາກລະດັບ 13% ຂຶ້ນ​ເຖິງ 23%. ​ແລະກໍໃນ​ວັນ​ທີ 20/7, ບັນດາ​ລະບົບ​ທະນາຄານ​ຂອງ​ເກຼັກ ​ໄດ້​ເປີດ​ປະຕູ​ຄືນ​ໃໝ່ ພາຍຫຼັງ 3 ອາທິດ​ຢຸດຕິ​ການ​ເຄື່ອນ​ໄຫວ. ​ແຕ່ລະຄົນ​​​ຮັບ​ອະນຸຍາດໄດ້​ຖອນ​ເງິ​ນຫຼາຍ​ສຸດ​ແມ່ນ 420 ​ເອີ​ໂລ/ຄັ້ງ/ອາທິດ (ກ່ອນ​ນີ້​ແມ່ນ 60​ເອີ​​ໂລ/ວັນ). ​ແຕ່​ວ່າ, ບັນດາ​ມາດ​ຕະການຄວບ​ຄຸມ​ສ່ວນ​ຫຼາຍ​ຍັງ​ໄດ້​ຮັກສາ​ຢູ່, ລວມທັງ​ຢຸດຕິ​ການ​ໂອນ​ເງິນ​ໄປ​ຍັງຕ່າງປະ​ເທດ ​ແລະ ຢຸດຕິ​ການ​ເປີດບັນຊີ​​ເງິ​ນຝາກໃໝ່.

ຂ່າວ/ບົດ​ອື່ນ