ເກີນເທີ ໜູນຊ່ວຍ ກໍ່ສ້າງເຮືອນຢູ່ ແລະ ທຶນຮັບໃຊ້ຜະລິດໃຫ້ຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມດີໂອຊີນ

ເກີນເທີ ໜູນຊ່ວຍ ກໍ່ສ້າງເຮືອນຢູ່ ແລະ ທຶນຮັບໃຊ້ຜະລິດໃຫ້ຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມດີໂອຊີນ - ảnh 1
(ພາບ: ພາບປະກອບ)

(vovworld) – ການ​ເບິ່ງ​ແຍງ​ດູ​ແລຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​ຍາມ​ໃດ​ກໍ່​ແມ່ນວຽກ​ງານທີ່​ນະຄອນ​ເກີນ​ເທີ ​ເອົາ​ໃຈ​ໃສ່ ​ແລະ ປະຕິບັດ​ເປັນ​ປະຈຳ, ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອທາງ​ດ້ານ​ຈິດ​ໃຈ ກໍ່​ຄື​ດ້ານ​ວັດຖຸ​ໃຫ້​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່. ທ່ານ ​ເລ​ວັນ​ເຕີມ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ເກີນ​ເທີ ຢືນຢັນ​ຄື​ແນວ​ນັ້ນ ທີ່​ກອງ​ປະຊຸມ​ກັບຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ນະຄອນ​ເກີນ​ເທີ ​ໃນ​ວັນ​ທີ 30/12. ​ເກີນ​ເທີ ມີຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນກວ່າ 4.300 ຄົນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ້ອງ​ຖິ່ນ​ຈະ​ສຸມ​ໃສ່​ໜູນ​ຊ່ວຍ​ການ​ກໍ່ສ້າງ​ເຮືອນ​ຢູ່ ​ແລະ ທຶນ​ເພື່ອ​ຜະລິດ​ໃຫ້​ບັນດາຜູ້​ປະສົບ​ເຄາະ​ຮ້າຍ. ກອງ​ປະຊຸມ​ກໍ່​​ເຊີດ​ຊູ​ວຽກ​ງານ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ບັນດາ​ສະມາຊິກ​ທີ່​ຍັງ​ສາມາດ​ອອກ​ແຮງ​ງານ, ກໍ່​ຄື​ຍາດຕິ​ພີ​ນ້ອງ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນ.

ຂ່າວ/ບົດ​ອື່ນ