ພາບປະກອບ
|
(vovworld) – ພິທີເຊັນຂໍ້ຕົກລົງຮ່ວມມືປີ 2016 ລະຫວ່າງຄະນະຮັບຜິດຊອບຫໍພິພິດຕະພັນ ໄກສອນ ພົມວິຫານຂອງ ລາວ ແລະ ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ສຳນັກງານປະທານປະເທດຂອງ ຫວຽດນາມ ໄດ້ດຳເນີນໄປເນື່ອງໃນໂອກາດຄະນະຜູ້ແທນ, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ, ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວແຕ່ວັນທີ 15 – 21/7. 2 ຝ່າຍໄດ້ເຫັນດີເປັນເອກະສັນກ່ຽວກັບເນື້ອໃນການຮ່ວມມືໃນປີ 2016 ແມ່ນຮັກສາການພັດທະນາການພົວພັນ 2 ຝ່າຍ, ແລກປ່ຽນບົດຮຽນໃນການປະຕິບັດການເຄື່ອນໄຫວວິຊາການ, ວິຊາສະເພາະ ກໍຄືບັນດາໂຄງການຮ່ວມມືອື່ນໆເປັນປະຈຳ, ສືບຕໍ່ແລກປ່ຽນເອກະສານ, ໝາກຜົນແຫ່ງການຄົ້ນຄ້ວາວິທະຍາສາດວິຊາສະເພາະ, ບັນດາສິ່ງພິມທີ່ກ່ຽວຂ້ອງຮັບໃຊ້ວຽກງານສະເພາະ ແລະ ຄົ້ນຄ້ວາວິທະຍາສາດຂອງແຕ່ລະຝ່າຍ, ເປັນເອກະພາບກັນຈະເຊີນຜູ້ຕາງໜ້າຂອງແຕ່ລະຝ່າຍເຂົ້າຮ່ວມບັນດາກອງປະຊຸມສຳມະນາສຳຄັນ ແລະ ບັນດາໂຄງການໃຫຍ່ໂດຍແຕ່ລະຝ່າຍຈັດຕັ້ງ.
ມີ້ບີ່ງ,ນັກຂ່າວVOVປະຈຳລາວ