ເຂົ້າຮ່ວມTPPເປີດກາລະໂອກາດພັດທະນາໃຫ້ພື້ນຖານເສດຖະກິດ

ເຂົ້າຮ່ວມTPPເປີດກາລະໂອກາດພັດທະນາໃຫ້ພື້ນຖານເສດຖະກິດ - ảnh 1
(ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳ​ມະ​ການ​
ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ)

(vovworld) –​ ຕອນ​ບ່າຍ​ວັນ​ທີ 12/10, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສະ​ໂມ​ສອນ​ນັກທຸລະກິດ ຫວຽດນາມ, ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ຫວຽດນາມ, ​ໄດ້ຈັດ​ຕັ້ງ​ລາຍການ “ວັນ​ບຸນ​ນັກທຸລະກິດ, ວິ​ສາ​ຫະກິດ​ທົ່ວ​ປະ​ເທດ​ປີ 2015” ດ້ວຍ​ຫົວ​ຂໍ້ “ ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ກັບ​ວິ​ສາ​ຫະກິດ ຫວຽດນາມ”. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຊີ້​ແຈ້ງວ່າ: ຫວຽດນາມ ຫາ​ກໍ​ລົງ​ນາມ​​ໃນສັນຍາ TPP ​ອັນ​ໄດ້ເປີດ​ກາລະ​ໂອກາດ​ພັດທະນາ​ໃຫ້​ພື້ນຖານ​ເສດຖະກິດຂອງ​ປະ​ເທດ​ຊາດ. ​ເມື່ອ​ເຊື່ອມ​ໂຍງ​ເຂົ້າກັບສາກົນ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ທີ່ຢືນຢູ່​ຕໍ່ໜ້າ​ກາລະ​ໂອກາດ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ຄວນ​ສ້າງ​ຕັ້ງ​​ເປັນກຸ່ມຕ່າງໆ. ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ທຳ​ການ​ຜະລິດ, ​ດຳ​ເນີນ​ທຸລະ​ກິດ​ສຳລັບ​ຂະ​ແໜງ​ສິນຄ້າ​ດຽວ​ ​ໂຮມ​ເຂົ້າກັນ ​ເພື່ອ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ຄົ້ນ​ຄວ້າຕະຫລາດ. ທ່ານ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ: ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈະ​ສືບຕໍ່​ປະຕິບັດ​ພາລະ​ໜ້າ​ທີ່​ຂອງ​ຕົນ​ຄື​ເປັນ“ຂົວ​ເຊື່ອມ​ຕໍ່” ລະຫວ່າງ​ພັກ ກັບ ປະຊາຊົນ​ເປັນ​ຢ່າງ​ດີ, ​ໃນ​ນັ້ນ ຮັບ​ຟັງ​ຄຳ​ເຫັນ​ຂອງ​ນັກທຸລະກິດ ​ເພື່ອ​ປະກອບ​ຄຳ​ເຫັນ​​ໃຫ້​ແກ່​ພັກ ​ແລ​ະ ລັດ”.

 

ຂ່າວ/ບົດ​ອື່ນ