ເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ມຸ່ງໄປເຖິງວົງເງິນສົ່ງອອກ 15 ຕື້ USD

ເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ມຸ່ງໄປເຖິງວົງເງິນສົ່ງອອກ 15 ຕື້ USD - ảnh 1
​ໃນ 9 ​ເດືອນ​ຕົ້ນ​ປີ​ 2012, ວົງ​ເງິນ​ສົ່ງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ຂອງ ຫວຽດນາມ ຄາດ​ວ່າ​ລື່ນກາຍ 10 ຕື້ USD
ພາບ: internet

(vovworld) - ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ສາມາດ​ບັນລຸ​ຄາດໝາຍວົງ​ເງິນ​ສົ່ງ​ອອກ 15 ຕື້ USD ​ໃນ​ປີ 2012. ​ໃນ 9 ​ເດືອນ​ຕົ້ນ​ປີ​ນີ້, ວົງ​ເງິນ​ສົ່ງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ຂອງ ຫວຽດນາມ ຄາດ​ວ່າ​ລື​່ນກາຍ 10 ຕື້ USD ​ເພີ່ມ​ຂຶ້ນ​ເກືອບ 7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ສະພາບ​ການ​ສົ່ງ​ອອກ​​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບໄປ​ຍັງ​ຕະຫລາດ ອາ​ເມ​ລິ​ກາ - ຊື່​ງ​ແມ່ນ​ຕະຫລາດ​ໃຫຍ່​ກວ່າ​ໝູ່​ສຳລັບ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ມີ​ການ​ຫັນປ່ຽນ​ຢ່າງຕັ້ງຫນ້າ ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ໃນ​ເດືອນ 9 ​ເພີ່ມ​ຂຶ້ນ 13% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຄຽງ​ຄູ່​ກັນ​ນັ້ນ ຍີ່ປຸ່ນ ອາດ​ຈະ​ລື່ນ​ກາຍ ອີ​ຢູ ກາຍ​ເປັນ​ຕະຫລາດ​ນຳ​ເຂົ້າ​ເຄື່ອງ​ຕຳ່​ແຜ່ນ​ຕັດ​ຫຍິບ​ໃຫຍ່​ອັນ​ດັບ 2 ຂອງ ຫວຽດນາມ ​ໃນ​​ໄລຍະ​ຈະ​ມາ​ເຖິງ ຖ້າ​ຫາກ​ສືບ​ຕໍ່​ຮັກສາລະດັບ​ຈະ​ເລີ​ນ​ເຕີບ​ໂຕ 20% ຄື​ຊຸມເດືອນ​ກ່ອນ. ນອກ​ນັ້ນ ວົງ​ເງິນ​ສົ່ງ​ອອກ​ເຄື່ອງ​ຕຳ່ແຜ່ນ​ຕັດຫຍິບ​ໄປ​ຍັງ​ຕະຫລາດ​ຈຳນວນ​ຫນຶ່ງ​ຄື: ອັກ​ຊັງ​ຕີນ, ຈີ​ເລ, ອັງ​ໂກລາ, ປາ​ນາມາ ກໍ​ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ດີ​ພໍ​ສົມຄວນ. ປະຈຸ​ບັນ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ພວມ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ ​ເພື່ອ​​ແກ້​ໄຂ​ສະພາບ​ຄວາມ​ຫຍຸ້ງຍາກ​ໃນ​ຊຸມ​ເດືອນ​ທ້າຍ​ປີ.

ຂ່າວ/ບົດ​ອື່ນ