ເຊີດຊູບັນດາວິສາຫະກິດໄດ້ຮັບນາມມະຍົດເຄື່ອງໝາຍການຄ້າສາກົນປີ2014

ເຊີດຊູບັນດາວິສາຫະກິດໄດ້ຮັບນາມມະຍົດເຄື່ອງໝາຍການຄ້າສາກົນປີ2014 - ảnh 1
ທີ່​ພິ​ທີເຊີດ​ຊ​ູ​ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ນາມ​ມະ​ຍົດ​ເຄື່ອງ​ໝາຍ​ກາ​ນ​ຄ້າ​ສາ​ກົນ​ປີ 2014
(ພາບ: xaluan.com)

(vovworld) – ທີ່​ພິ​ທີເຊີດ​ຊ​ູ​ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ນາມ​ມະ​ຍົດ​ເຄື່ອງ​ໝາຍ​ກາ​ນ​ຄ້າ​ສາ​ກົນ​ປີ 2014 ດຳ​ເນີ​ນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 31/12, ຢູ່​ຮ່າ​ໂນ້ຍ, 63 ວິ​ສາ​ຫະ​ກິດໄດ້​ຮັບ​ລາງວັນ​ເຄື່ອງ​ໝາຍ​ການ​ຄ​້າ​ແຫ່ງ​ຊາດ​ຄັ້ງ​ທີ 4 ປີ 2014 ໄດ້​ຮັບ​ການ​ເຊີດ​ຊູ ແລະ ມອບ​ໃບ​ຍ້ອງ​ຍໍ “ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ - ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ”. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ໂດ໋​​ຖັ໋ງຫາຍ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫ​ະ​ກຳ - ການ​ຄ້າ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ເຕີບ​ໂຕ​ເຊິ່ງ​ບັນ​ດາ​ວິ​ສາ​ຫະ​ກິດ​ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ. ທ່ານ​ກ່າວ​ວ່າ:

        “ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ, ປະ​ກອບ​ສ່​ວນ​ນຳ​ມາ​ເຊິ່ງ​ຄວາມ​ເອກ​ອ້າ​ງ​ທະ​ນົງ​ໃຈ​ໃຫ້​ແກ່​ປະ​ເທດ​ຊາດ, ກໍ່​ຄື​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ປະ​ຊາ​ຄົມ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຊົມ​ເຊີຍຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງບໍ່​ຢຸດຢັ້ງ ກໍ່​ຄື​ຜົນ​ງານ​ປະ​ທັບ​ໃຈ​ເຊິ່ງ​ບັນ​ດາ​ວິ​ສາ​ຫະ​ກິດ​ບັນ​ລຸ​ໄດ້​ນາມ​ມະ​ຍົດ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ແລະ ຢັ້ງ​ຢືນ​ວ່າ: ສະ​ພາ​ເຄື່ອງ​ໝາຍ​ການ​ຄ້າແຫ່ງ​ຊາດ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເພື່ອ​ຜ​ັນ​ຂະ​ຫຍາຍ​​ບັນ​ດາ​ເຄື່ອນ​ໄຫວ​​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຕິດ​ພັນ​ກັບ​ບັນ​ດາ​ມູນ​ຄ່າ ແລະ ຈຸດ​ໝາຍ​ວາງ​ອອກ.”

ຂ່າວ/ບົດ​ອື່ນ