ເຊີດຊູ51ປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນປີ2015

ເຊີດຊູ51ປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນປີ2015 - ảnh 1
ເຊີດຊູ51ປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນປີ2015
(ພາບ: vusta)

(vovworld) - ວັນ​ທີ 8/10, ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ​ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ ແຂ່ງ​ຂັນ​ຮັກ​ຊາດ ແລະ ເຊີດ​ຊູ​ ​ປັນ​ຍາ​​ຊົນວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ດີ​ເດັ່ນ​ຂອງບັນ​ດາ​ສະ​ມາ​ຄົ​ມ​ຂ​ະ​ແໜງ​ໃນທົ່ວ​ປະ​ເທດ,  ​ໄລ​ຍະ 2010-2015. ມີ 51 ​ປັນ​ຍາ​ຊົນໄດ້​ຮັບ​ການ​ເຊີດ​ຊູ ແລະ ມອບ​ຂັນ  “​ປັນ​ຍາ​​ຊົນວິ​ທະ​ຍາ​ສາດ ແລະ ​ເຕັກ​ໂນ​ໂລ​ຊີ​ດີ​ເດັ່ນ ປີ 2015 ” ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ວຽກ​ງານ​ສະ​ມາ​ຄົມ. ທ່ານ ຟ້າມ​ວັນ​ເຕິນ, ຮອງ​ປະ​ທານ​ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະສະ​ມາ​ຄົມ, ເນັ້ນ​ໜັກ​ເຖິງ​ ​ມາດ​ຕະ​ການ​ໃນ​ໄລ​ຍະ​ໃໝ່ 2015-2020 ແມ່ນ​ ແຕ່​ລະ​ປີ ​ຕ້ອງ​ປຸກ​ລະ​ດົມ​ຂະ​ບວນ​ການແຂ່ງ​ຂັນ​ຕິດ​ພັນ​ກັບ​ໜ້າ​ທີ່​ການ​ເມືອງ​ ຂອງ​ແຕ່​ລະ​ສະ​ມາ​ຄົມ, ຈັດ​ຕັ້ງ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​​ທີ່ສັງ​ກັດ, ສ້າງ​ ​ແຜນ​ການ ແລະ ປະ​ຕິ​ບັດ​ແຜນ​ການ​ແຂ່ງ​ຂັນ, ຍ້ອງ​ຍໍ​ຊົມ​ເຊີຍ. ພ້ອມ​ກັນ​ນັ້ນ, ສະ​ຫະ​ ສະ​ມາ​ຄົມ​​​ຈະ​ຄົ້ນພົບ​ ຍ້ອງ​ຍໍ​ຊົມ​ເຊີຍ​, ​ບັນ​ດາໝູ່​ຄະ​ນະ​ ສ່ວນບຸກ​ຄົນ ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​​ການ​ປະ​ຕິ​ບັດ​​ງານ, ບັນ​ດາ​ແບບ​ຢ່າງ​ທີ່​ກ້າວ​ໜ້າ, ພິ​ເສດ​ແມ່ນ​ນັກ​ວິ​ທະ​ຍາ​ສາດ​ໜຸ່ມ​.

ຂ່າວ/ບົດ​ອື່ນ