ເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການ, ຊຸກຍູ້ການເຕີບໂຕເສດຖະກິດ 2020

(VOVWORLD) -  ກອງປະຊຸມເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການ, ຊຸກຍູ້ການເຕີບໂຕເສດຖະກິດ 2020 ໄດ້ດຳເນີນໃນລະຫວ່າງວັນທີ 28 – 31 ພຶດສະພາ ທີ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດຢູ່ພາຍໃນປະເທດນັບຫລາຍຮ້ອຍແຫ່ງ. 

ນີ້ແມ່ນການເຄື່ອນໄຫວສົ່ງເສີມການຄ້າຄັ້ງທຳອິດຫຼັງໂລກລະບາດໂຄວິດ-19 ໂດຍບັນດາຫົວໜ່ວຍສົມທົບກັນຈັດຕັ້ງ ເພື່ອແນໃສ່ຟື້ນຟູພັດທະນາເສດຖະກິດໃນໄລຍະປົກກະຕິໃໝ່. ທ່ານ ຫງວຽນຊວັນຝູ, ຮອງປະທານສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍນະຄອນ ຮ່າໂນ້ຍ ຖືວ່າ:

        “ການເຄື່ອນໄຫວນີ້ແມ່ນແທດຈິງທີ່ສຸດ, ຊ່ວຍເຊື່ອມຕໍ່ບັນດາວິສາຫະກິດເຂົ້າກັນ ເພື່ອກະຕຸ້ນ, ເພື່ອໃຫ້ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈບັນດາວິສາຫະກິດຜະລິດສິນຄ້າຫວຽດນາມ. ຈາກນັ້ນ, ຊ່ວຍຊົມໃຊ້ສິນຄ້າ ຫວຽດນາມ ເພື່ອໃຫ້ບັນດາວິສາຫະກິດ ສາມາດຟື້ນຟູການຜະລິດ ແລະ ດຳເນີນທຸລະກິດຄືນໃໝ່.

        ທີ່ກອງປະຊຸມ, ຜະລິດຕະພັນນັບຫລາຍຮ້ອຍຢ່າງທີ່ຂຶ້ນກັບຫລາຍຂົງເຂດ, ຂະແໜງອາຊີບ ໄດ້ນຳມາແນະນຳໃຫ້ປະຊາຊົນນະຄອນຫລວງ ແລະ ບັນດາວິສາຫະກິດ, ຄູ່ຮ່ວມມືຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ