ເດືອນ​ກັນ​ຍາ ປີ 2021 ຫວຽດ​ນາມ ມີ​ການ​ສົ່ງ​ອອກ​ເກີນ​ດຸນ ພາຍຫຼັງ ນຳ​ເຂົ້າ​ເກີນດຸນ 5 ເດືອນ ຕໍ່​ເນື່ອງ

(VOVWORLD) -ໄລ່ລວມ 9 ເດືອນຄົ້ນປີ, ດຸນການຄ້າສິນຄ້າຄາດວ່າ ມີການນຳເຂົ້າເກີນດຸນ 2,13 ຕື້ USD. ເຖິງຢ່າງໃດກໍ່ຕາມ, ດຸນການຄ້າສິນຄ້າໃນເດືອນ ກັນຍາ ມີການສົ່ງອອກເກີນດູນປະມານ 500 ລ້ານ USD ພາຍຫຼັງ 5 ເດືອນນຳເຂົ້າເກີນດູນຢ່າງຕໍ່ເນື່ອງ ເຊິ່ງສະແດງໃຫ້ເຫັນບັນດາສັນຍານທີ່ຕັ້ງໜ້າ.
ເດືອນ​ກັນ​ຍາ ປີ 2021  ຫວຽດ​ນາມ ມີ​ການ​ສົ່ງ​ອອກ​ເກີນ​ດຸນ ພາຍຫຼັງ ນຳ​ເຂົ້າ​ເກີນດຸນ 5 ເດືອນ ຕໍ່​ເນື່ອງ - ảnh 1ພາບປະກອບ: diendandoanhnghiep.vn

ບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ເຫັນວ່າ, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ແຕ່ໄລ່ລວມ 9 ເດືອນ, ວົງເງິນການສົ່ງອອກ (ຄາດວ່າບັນລຸໄດ້ 240,5 ຕື້ USD), ເພີ່ມຂຶ້ນ 18,8% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ, ວົງເງິນການນຳເຂົ້າສິນຄ້າ (ຄາດວ່າ ບັນລຸໄດ້ 242,65 ຕື້ USD), ເພີ່ມຂຶ້ນ 30,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໄລ່ລວມ 9 ເດືອນຄົ້ນປີ, ດຸນການຄ້າສິນຄ້າຄາດວ່າ ມີການນຳເຂົ້າເກີນດຸນ 2,13 ຕື້ USD. ເຖິງຢ່າງໃດກໍ່ຕາມ, ດຸນການຄ້າສິນຄ້າໃນເດືອນ ກັນຍາ ມີການສົ່ງອອກເກີນດູນປະມານ 500 ລ້ານ USD ພາຍຫຼັງ 5 ເດືອນນຳເຂົ້າເກີນດູນຢ່າງຕໍ່ເນື່ອງ ເຊິ່ງສະແດງໃຫ້ເຫັນບັນດາສັນຍານທີ່ຕັ້ງໜ້າ. ມີນັກຊ່ຽວຊານຫຼາຍຄົນໄດ້ໃຫ້ຂໍ້ສັງເກດວ່າ, ນີ້ແມ່ນພື້ນຖານເພື່ອຫຼຸດລົງການນຳເຂົ້າເກີນດຸນ, ອາດຈະສ້າງຄວາມດຸ່ນດ່ຽງດ້ານການຄ້າໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ