ເດືອນມັງກອນ 2018 ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 1,43 ລ້ານເທື່ອຄົນ

(VOVWORLD) -ນັກທ່ອງທ່ຽວສາກົນມາຫວຽດນາມ ໃນເດືອນ ມັງກອນ 2018 ຄາດວ່າບັນລຸກວ່າ 1,43 ລ້ານເທື່ອຄົນ, ເພີ່ມຂຶ້ນ 42% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.
ເດືອນມັງກອນ 2018 ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 1,43 ລ້ານເທື່ອຄົນ - ảnh 1(ພາບປະກອບອີນເຕີແນັດ)

ໃນນັ້ນນັກທ່ອງທ່ຽວມາຈາກທະວີບເອີລົບ, ທະວີບອາເມລິກາ, ທະວີບໂອເຊອານີ ເພີ່ມຂຶ້ນຫຼາຍ ຍ້ອນພໍ່ແມ່ປະຊາຊົນຫວຽດນາມ ທີ່ອາໄສຢູ່ຕ່າງປະເທດກັບເມືອບ້ານໃນໂອກາດບຸນປີໃໝ່ປີຈໍ, ພ້ອມທັງຢູ່ບັນດາປະເທດຂອງທະວີບເອີລົບ, ທະວີບອາເມລິກາ ພວມແມ່ນໄລຍະພັກລະດູໜາວ ສະນັ້ນຄວາມຕ້ອງການໃນການໄປທ່ອງທ່ຽວຢູ່ຕ່າງປະເທດຂອງປະຊາຊົນບັນດາປະເທດນີ້ແມ່ນຫຼາຍພໍສົມຄວນ.

        ໃນເດືອນມັງກອນ 2018, ຈຳນວນນັກທ່ອງທ່ຽວເພີ່ມຂຶ້ນຫຼາຍທີ່ສຸດແມ່ນພາກພື້ນອາຊີ, ດ້ວຍລະດັບເພີ່ມຂຶ້ນເກືອບ 54% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ນັກທ່ອງທ່ຽວທີ່ມາຈາກບັນດາຕະຫຼາດຫ່າງໄກຄືຢູ່ເອີລົບ ກໍ່ເພີ່ມຂຶ້ນກວ່າ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.

        ກົມໃຫຍ່ການທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ຕົ້ນເດືອນມັງກອນ ປີ 2018, ຂະແໜງທ່ອງທ່ຽວຫວຽດນາມ ໄດ້ຕັ້ງໜ້າດຳເນີນບັນດາການເຄື່ອນໄຫວສົ່ງເສີມການທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວ, ມຸ່ງໄປເຖິງເປົ້າໝາຍການຮັບຕ້ອນນັກທ່ອງທ່ຽວສາກົນແຕ່ 15 – 17 ລ້ານເທື່ອຄົນໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ