ເຕັດຫວຽດຂອງນັກສຶກສາຫວຽດນາມຢູ່ການາດາ

ເຕັດຫວຽດຂອງນັກສຶກສາຫວຽດນາມຢູ່ການາດາ - ảnh 1
ເຕັດຫວຽດຂອງນັກສຶກສາຫວຽດນາມຢູ່ການາດາ
(ພາບ: dantri.com.vn)

(vovworld) - ຕ້ອນຮັບບຸນ​ເຕັດປີ​ມະ​ແມ 2015, ຕອນ​ຄຳ່​ວັນ​ທີ 22/2, ບັນດາ​ເພື່ອນ​ຫວຽດນາມ​ທີ່​ພວມ​ຮຳ່ຮຽນ​ຢູ່​ນະຄອນ ອົດ​ຕາ​ອວາ, ກາ​ນາ​ດາ, ​ໄດ້​ຈັດ​ຕັ້ງ​ງານ​ລາຕີ “ບຸນ​ເຕັດຫວຽດນາມ“ . ​ເຂົ້າ​ຮ່ວມ​ງານ​ລີ​ຕີ, ຜູ້​ຄົນ​ທັງຫຼາຍ​ບໍ່​ພຽງ​ແຕ່ໄດ້​ຮັບ​ຟັງ​ບັນດາ​ບົດ​ເພງ​ກ່ຽວ​ກັບ​ລະດູບານ​ໃໝ່, ບຸນປີ​ໃໝ່​ປະຈຳ​ຊາດ, ຄວາມ​ງາມ​ຂອງ​ບ້າ​ນ​ເກີດ​ເມືອງ​ນອນ ​ແລະ ຊາວ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​​ໄດ້​ພົບ​ປະ​ແລກປ່ຽນ, ຊອກ​ຮູ້​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ຫວຽດນາມ​ໃນ​ໂອກາດ​ບຸນ​ເຕັດ​ອີກ​ດ້ວຍ. ​ໃນ​ຫຼາຍ​ປີຜ່ານມາ, ງານ​ລາຕີ “ບຸນ​ເຕັດຫວຽດນາມ“ ຂອງ​ສະມາຄົມ​ນັກ​ສຶກສາ​ສາກົນ​ຫວຽດນາມ​ຢູ່​ອົດ​ຕາ​ອວາ ​ໄດ້​ປະກອບສ່ວນ​ສ້າງ​ຄວາມ​ສາມັກຄີ, ສະໜິດ​ຕິດ​ພັນ​ລະຫວ່າງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ, ຮັກສາ​ມູນ​ເຊື້ອ​ວັດທະນະທຳ​ຫວຽດນາມ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ກາ​ນາ​ດາ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​​ແນະນຳ​ວັດທະນະທຳ​ຫວຽດນາມ​​ເຖິງ​ເພື່ອນ​ມິດ​ກາ​ນາ​ດາ ​ແລະ ສາກົນ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ