ເຕີບໂຕສິນເຊື່ອແມ່ນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດ

ເຕີບໂຕສິນເຊື່ອແມ່ນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດ - ảnh 1
ພາບປະກອບ

(vovworld) – ​ລະດັບເຕີບ​ໂຕ​ສິນ​ເຊື່ອບັນລຸ 3,52% ​ໃນ 6 ​ເດືອນ​ຕົ້ນ​ປີ 2014 ​ແມ່ນ​ຈຸດພົ້ນ​ເດັ່ນ, ສະ​ແດງ​ໃຫ້​ເຫັນ​ບັນດາ​ວິ​ສາ​ຫະກິດ​ພວມກຸ້ມ​ຕົນ​ເອງ​ເທື່ອ​ລະ​ກ້າວ​ໃນ​ການ​ຜະລິດ ​ແລະ ບໍ່​ອີງ​ໃສ່​ບັນດາ​ແຫຼ່ງສິນ​ເຊື່ອ​ຂອງທະນາຄານ. ນີ້​ແມ່ນ​ການ​ຢັ້ງຢືນ​ຂອງ​ທ່ານ ດຣ ຫງວຽນ​ດຶກ​ກຽນ, ຮອງ​ຫົວໜ້າ​ກຳມາ​ທິການ​ເສດຖະກິດ​ຂອງ ສະພາ​ແຫ່ງ​ຊາດ.

    ຕາມ​ທ່ານ ຫງວຽດຶກ​ກຽນ ​ແລ້ວ, ດັດ​ຊະນີ GDP 6 ​ເດືອນ​ຕົ້ນ​ປີ​ເພີ່ມ​ຂຶ້ນ 5,19% ສູງ​ກ່ວາ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ​ແມ່ນ​ຢູ່​ໃນ​ລະດັບ 4,9%, ​ໃນ​ຂະ​ນະ​ທີ່​ລະດັບ​ເຕີບ​ໂຕ​ສິນ​ເຊື່ອ​ບັນລຸກ່ວາ 3,5% ໝາຍ​ຄວາມ​ວ່າ ຫວຽດນາມ ພວມ​ປັບປຸງ​ພື້ນຖານ​ເສດຖະກິດ​ຕາມ​ທິດ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ທີ່​ໄດ້​ວາງ​ອອກ. ບັນດາ​ວິ​ສາ​ຫະກິດ​ຕ້ອງ​ຮັບ​ຮູ້​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຂອງ​ທະນາຄານ ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ. ​ເຂົາ​​ເຈົ້າ​ຕ້ອງ​ຄິດ​ໄລ່​ຊັ່ງຊາ​ຢ່າງ​ລະອຽດ​ກ່ອນ​ທີ່​ໃຫ້ກູ້​ຢືມ ​ເພື່ອ​ຮັບປະກັນ​​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ, ສະກັດ​ກັ້ນ​ໜີ້​ເສຍ. ​ໄລຍະ​ຜ່ານ​ມາ, ທະນາຄານ​ແຫ່ງ​ລັດ​ໄດ້​ສ້າງ​ກົນ​ໄກ, ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ, ຕັ້ງໜ້າ​ຍົກ​ອອກ​ບັນດາ​ມາດ​ຕະການ​ຊຸກຍູ້​ສິນ​ເຊື່ອ​ສຳລັບ​ບາງ​ຂົງ​ເຂດ​ບຸລິມະສິດ.​.​.​ ນັ້ນ​ແມ່ນ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ບັນດາ​ອົງການ​ຄຸ້ມ​ຄອງ, ​ແຕ່​ດ້ານ​ອື່ນ ກໍ່​​ຮຽກຮ້ອງ​​ໃຫ້​ວິ​ສາ​ຫະກິດ​ຕ້ອງ​ຊອກ​ຫາ​ແຫຼ່ງທຶນ​​ເອງ ​ແລະ ສ້າງ​ແຜນການ​ພັດທະນາ​ວິ​ສາ​ຫະກິດ​ເໝາະ​ສົມ​ເພື່ອ​ມີ​ລະດັບເຕີບ​ໂຕ​ດີ​ກ່ວາ.


ຂ່າວ/ບົດ​ອື່ນ