ເປີດວິໄສທັດໃໝ່ໃນການພົວພັນຫວຽດນາມ - ຍີ່ປຸ່ນ

ເປີດວິໄສທັດໃໝ່ໃນການພົວພັນຫວຽດນາມ - ຍີ່ປຸ່ນ - ảnh 1
ເປີດວິໄສທັດໃໝ່ໃນການພົວພັນຫວຽດນາມ - ຍີ່ປຸ່ນ
(ພາບປະກອບ)

(vovworld) - ​​ການ​ຢ້ຽມຢາມ​ຍີ່ປຸ່ນ​ໃນ​ລະຫວ່າງ​ວັນ​ທີ 15-18/9 ຂອງ​ທ່ານ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້​​ເປີດ​ວິ​ໄສ​ທັດ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ, ກວ້າງຂວາງ ​ເພື່ອ​ສັນຕິພາບ ​ແລະ ຄວາມ​ວັດ​ຖະນາ​ຖາວອນ​ຢູ່​ອາຊີ​ລະຫວ່າງຫວຽດນາມ - ຍີ່ປຸ່ນ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຫົວໜ້າ​ຄະນະ​ພົວພັນ​ ຕ່າງປະ​ເທດ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ຮ່ວາງ​ບິ່ງ​ກວນ ​ເມື່ອ​ຕອບ​ສຳ​ພາກ​ຕໍ່ສື່​ມວນ​ຊົນ. ​ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ຜົນ​ແຫ່ງ​ການ​ຢ້ຽມຢາມ. ທ່ານ ຮ່ວາງ​ບິ່ງ​ກວນ​ ເນັ້ນ​ໜັກ​ວ່າ, ການ​ຢ້ຽມຢາມ​ໄດ້​ປະກອບສ່ວນ​ສຳຄັນ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງກວ່າ​ອີກ. ​ໃນ​ການ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້​​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ ​ແລະ ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ​ ຊຸກຍູ້​ການ​ເຊື່ອມ​ຕໍ່​ສອງ​ພື້ນຖານ​ເສດຖະກິດ. ສອງ​ປະ​ເທດ​ກໍ່​ເຫັນ​ດີ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ; ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຍູ້​ແຮງ​ການ​ພົວພັນ​ແລກປ່ຽນ​ດ້ານ​ປ້ອງ​ກັນຊາ​ດ, ໜູນ​ຊ່ວຍ​ຫວຽດນາມ​ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ. ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຢືນຢັນ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຫວຽດນາມ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ປະຕິບັດ​ກົດໝາຍ​ບົນ​ທະ​ເລ. ສອງ​ຝ່າຍ​ຢືນຢັນ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ວິ​ໄສ​ທັດ ​ແລະ ບັນດາ​ທິດ​ທາງ​ໃຫຍ່, ບັນດາ​ເນື້ອ​ໃນ​ຮ່ວມ​ມື​ລະອຽດ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ ​ຖືກ​ສະ​ແດງ​ອອກ​ໃນ​ຖະ​ແຫຼ​ງການ​ຮ່ວມ ​ແລະ ດ້ວຍ 10 ​ເອກະສານ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ນັ້ນ, ຈະ​ສ້າງ​ກຳລັງ​ໜູນ​ເພື່ອ​ພັດທະນາ​ຢ່າງຮອບດ້ານ ​ແລະ ຍູ້​ແຮງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ, ກວ້າງຂວາງ ຫວຽດນາມ - ຍີ່ປຸ່ນ ຕາມ​ທິດ​ນັບ​ມື້​ນັບ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ​ເລິກ​ເຊິ່ງກວ່າ.

ຂ່າວ/ບົດ​ອື່ນ