ເປີດສະຫຼອງຕຶກອາຄານສັນຍາລັກແຫ່ງການພົວພັນລະຫວ່າງ ຫວຽດນາມ - ເຢຍລະມັນ

(VOVWORLD) -ຕຶກອາຄານ ເຢຍລະມັນ ເມື່ອກໍ່ສ້າງສໍາເລັດ ຈະແມ່ນສະຖານທີ່ໃໝ່ສໍາລັບບັນດາການເຄື່ອນໄຫວຮ່ວມມືທາງການທູດ, ເສດຖະກິດ, ວັດທະນະທໍາ ແລະ ການສຶກສາຂອງ ເຢຍລະມັນ ຢູ່ນະຄອນໂຮ່ຈີມິນເວົ້າສະເພາະ ແລະ ຫວຽດນາມເວົ້າລວມ ພ້ອມທັງແມ່ນຂົວເຊື່ອມຕໍ່ໃຫ້ປະຊາຄົມວິສາຫະກິດສອງປະເທດ, ປະກອບສ່ວນເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ.
ເປີດສະຫຼອງຕຶກອາຄານສັນຍາລັກແຫ່ງການພົວພັນລະຫວ່າງ ຫວຽດນາມ - ເຢຍລະມັນ - ảnh 1ພິທີເປີດສະຫຼອງຕຶກອາຄານ ເຢຍລະມັນ ຢູ່ ນະຄອນ ໂຮ່ຈີມິນ (ພາບ: TTXVN) 

ຕອນຄໍ່າວັນທີ 26 ມີນາ, ຢູ່ນະຄອນໂຮ່ຈີມິນ, ໄດ້ດໍາເນີນພິທີເປີດສະຫຼອງຕຶກອາຄານ ເຢຍລະມັນ ຢູ່ ນະຄອນ ໂຮ່ຈີມິນ ແລະ ສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງຫ້ອງການອຸດສາຫະກໍາ-ການຄ້າ ເຢຍລະມັນ ປະຈໍາ ຫວຽດນາມ, ອັນໄດ້ສ້າງຂີດໝາຍສໍາຄັນໃນການພັດທະນາອັນດີງາມຂອງການພົວພັນຄູ່່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ເຢຍລະມັນ. ໂຄງການກໍ່ສ້າງຕຶກອາຄານດັ່ງກ່າວ ໄດ້ລົງມືກໍ່ສ້າງເມື່ອເດືອນ ພະຈິກ 2014 ແລະ ໄດ້ຮັບຖືວ່າ ແມ່ນສັນຍາລັກແຫ່ງໄມຕີຈິດມິດຕະພາບ ແລະ ການພົວພັນຮ່ວມມືຍຸດທະຍາດ ຫວຽດນາມ - ເຢຍລະມັນ. ຕຶກອາຄານຫຼັງນີ້ ຈະແມ່ນສໍານັກງານລວມຂອງ ສະຖານກົງສູນເຢຍລະມັນ ປະຈໍາ ນະຄອນໂຮ່ຈີມິນ ແລະ ບັນດາອົງການເສດຖະກິດ, ບັນດາອົງການໜູນຊ່ວຍດ້ານວັດທະນະທໍາ, ສັງຄົມຂອງ ເຢຍລະມັນ ກໍຄືບັນດາບໍລິສັດ, ວິສາຫະກິດ ເຢຍະລະມັນ ທີ່ພວມເຄື່ອນໄຫວຢູ່ຫວຽດນາມ.

        ກ່າວຄໍາເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຈິ່ນຕ໊ວນແອັງ ເນັ້ນໜັກວ່າ, ຕຶກອາຄານ ເຢຍລະມັນ ເມື່ອກໍ່ສ້າງສໍາເລັດ ຈະແມ່ນສະຖານທີ່ໃໝ່ສໍາລັບບັນດາການເຄື່ອນໄຫວຮ່ວມມືທາງການທູດ, ເສດຖະກິດ, ວັດທະນະທໍາ ແລະ ການສຶກສາຂອງ ເຢຍລະມັນ ຢູ່ນະຄອນໂຮ່ຈີມິນເວົ້າສະເພາະ ແລະ ຫວຽດນາມເວົ້າລວມ ພ້ອມທັງແມ່ນຂົວເຊື່ອມຕໍ່ໃຫ້ປະຊາຄົມວິສາຫະກິດສອງປະເທດ, ປະກອບສ່ວນເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ.


ຕອບກັບ

ຂ່າວ/ບົດ​ອື່ນ