ເປີດສະຫຼອງປະຕູຖານຂໍ້ມູນອາຊຽນຫວຽດນາມ
(ພິທີເປີດສະຫຼອງປະຕູຖານຂໍ້ມູນ ອາຊຽນ - ຫວຽດນາມ)
(vovworld) - ຕອນບ່າຍວັນທີ 21/9 ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດາມ ຈັດພິທີເປີດສະຫຼອງປະຕູຖານຂໍ້ມູນ ອາຊຽນ - ຫວຽດນາມ ດ້ວຍ 3 ລະຫັດແມ່ນ: aseanvietnam.vn, vietnamasean.vn ແລະ asean.vietnam.vn ດ້ວຍພາສາ ຫວຽດນາມ ແລະ ພາສາ ອັງກິດ. ນອກຈາກການສະໜອງຂໍ້ມູນພາຍໃນໃນການບໍລິຫານ, ຜັນຂະຫຍາຍການເຄື່ອນໄຫວຂອງຄະນະຊີ້ນຳໂຄສະນາເຜີຍແຜ່ ອາຊຽນ, ປະຕູຖານຂໍ້ມູນນີ້ ຍັງ ໂຄສະນາເຜີຍແຜ່ກ່ຽວກັບ ອາຊຽນ ແລະ ບັນດາປະເທດສະມາຊິກ ເຖິງພໍແມ່ປະຊາຊົນພາຍໃນປະເທດ ກໍຄືຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ກໍແມ່ນປະຕູຖານຂໍ້ມູນກ່ຽວກັບ ອາຊຽນ ເພື່ອສະໜອງຂໍ້ມູນຂ່າວສານໃຫ້ບັນດາອົງການສື່ມວນຊົນ. ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານ ຫງວຽນບ໋ັກຊອນ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽນດາມ ຢືນຢັນວ່າ: ເລື່ອງສ້າງ ແລະ ເປີດສະຫຼອງປະຕູຖານຂໍ້ມູນ ອາຊຽນ - ຫວຽດນາມ ແມ່ນການເຄື່ອນໄຫວລະອຽດ, ແທດຈິງ ແລະ ມີຄວາມໝາຍໃນລາຍການສື່ສານຍົກສູງຄວາມຮັບຮູ້ກ່ຽວກັບ ອາຊຽນ ຊຸກຍູ້ບັນດາຂໍ້ລິເລີ່ມ, ຄວາມມານະພະຍາຍາມຂອງປະຊາຊົນ ແລະ ວິສາຫະກິດຮ່ວມແຮງຮ່ວມໃຈສ້າງປະຊາຄົມ ອາຊຽນ ສັນຕິພາບ, ພັດທະນາ ແລະ ວັດທະນາຖາວອນ.